ເມືອງ​ຫັງ​ໂຈ່​ວກຽມ​ອາຫານ​ພື້ນ​ເມືອງ​ຕ້ອນຮັບ​ການ​ນຳ​ປະ​ເທດ​ຕ່າງໆ
2016-08-02 10:46:46  cri 
  ຕາມຂ່າວ CRI: ​ຈາກ​ນີ້​ໄປ​ຍັງ​ອີກ​ໜຶ່ງ​ເດືອນ​ກໍ​ຈະ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ຫຼື G20 ຫັງ​ໂຈ່​ວ​ແລ້ວ​ເຊິ່ງທ່ານ ຈ້າວຢິ​ເຕິ ​ເລຂາ​ພັກ​ເມືອງດັ່ງກ່າວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບການກະກຽມຄວາມ​ພ້ອມ​ຕ່າງໆໃນ​ວັນ​ທີ 1 ສິງຫາ​ນີ້​ວ່າ, ປັດຈຸບັນ​ໄດ້​ສຳ​ເລັດ​ການ​ສ້າງ​ແລະ​ຍົກ​ລະດັບ​ສະຖານ​ທີ່​ຈັດ​ກອງ​ປະຊຸມ G20 ​ແລະ B20 ​ແລ້ວ, ຂະນະ​ທີ່​ບ່ອນ​ພັກ​ແລະ​ໂຮງ​ແຮມ​ຂອງ​ການ​ນຳ​ຈີນ​ແລະ​ຕ່າງປ​ະເທດກໍ​ໄດ້​ກຳນົດ​ໄວ້​ຢ່າງຮຽບຮ້ອຍ​ແລ້ວ.

  ທ່ານ​ຍັງ​ເປີດ​ເຜີຍວ່າ, ​ເມືອງ​ຕົນ​ຈະ​ຕ້ອນຮັບ​ການ​ນຳ​ປະ​ເທດ​ຕ່າງໆ​ດ້ວຍ​ອາ ຫານພື້ນ​ເມືອງທີ່​ເປັນ​​ເອກະ​ລັກ, ຂະນະ​ທີ່ການ​ເດີນທາງ​ຈະ​ນຳ​ໃຊ້ຮູບ​ແບບ "ທາງ​ການ​ຮັບປະກັນ​, ​ຕະຫຼາດ​ໃຫ້​ເຊົ່າ" ​ໂດຍ​ສະໜອງ​ລົດ 900 ຄັນ​ໃຫ້​ແກ່​ການ​ນຳ​ແລະ​ຄະນະ​ຜູ້​ແທນ​ຕ່າງໆ​ຕາມ​ທຳນຽມ​ສາກົນ. ນອກ​ນີ້, ຍັງ​ໄດ້​​ເພີ່ມ​​ບ່ອນ​ຈອດ​ຍົນ​ຢູ່​ສະໜາມ​ບິນ​ໃຫ້​ສາມາດ​ຈອດ​ຍົນ​ໂດຍສານ​ເຖິງ 45 ລຳ​ທັງ​ໄດ້​ສ້າງ​ອາຄານ​ລໍຖ້າ​ຍົນ vip ນຳອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ