ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ຖະ​ແຫຼ​ງກໍລະນີ​ທີ່​ຍີ່ປຸ່ນນຳ​ສະ​ເໜີ​ປຶ້ມ​ປົກ​ຂາວ​ປ້ອງ​ກັນຊາ​ດ2016
2016-08-03 10:32:13  cri 
ວັນ​ທີ 2 ສິງຫາ​ນີ້, ທ່ານ​ອູ​ຊຽນ ​ໂຄສົກ​ກະຊວງ​ປ້ອງກັນ​ປະ​ເທດ​ຈີນ​ໄດ້​ຖະ​ແ​ຫຼງຕໍ່​ກໍ​ບະ​ນີທີ່ຍີ່ປຸ່ນນຳ​ສະ​ເໜີ​ປຶ້ມ​ປົກ​ຂາວ​ປ້ອງ​ກັນຊາ​ດ2016ວ່າ: ​ເນື້ອ​ໃນປຶ້ມ​ປົກ​ຂາວ​ປ້ອງ​ກັນຊາ​ດ 2016 ຍັງ​ເນັ້ນ​ກ່ຽວ​ກັບ​ຈີນ​ຄື​ເກົ່າ​ໂດຍການວິຈານ​ທີ່ຂາດ​ຄວາມ​ຮັບຜິດຊອບ​ຕໍ່​ການກໍ່ສ້າງກຳລັງປ້ອງ​ກັນປະ​ເທດ​ແລະ​ກອງທັບ​ທີ່​ຊອບ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ຂອງ​ຈີນ, ທັງ​ປັ້ນ​ຂ່າວ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ແລະ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ຢ່າງ​ບໍ່​ມີ​ເຫດຜົນ​ເຊິ່ງ​ໂດຍ​ລວມ​ແລ້ວ​ມີເນື້ອ​ຫາ​ທີ່​ເຕັມ​ໄປ​ດ້ວຍ​ເຈດ​ຕະນາ​ຮ້າຍ​ຕໍ່​ກອງທັບ​ຈີນ​ແລະ​ເປັນການ​ຍຸ​ແຍ່​ທຳລາຍ​ສາຍ​ພົວພັນ​ຈີນ​ກັບປະ​ເທດ​ໃກ້​ຄຽງ​ແລະ​ຫຼອກ​ລວງ​ປະຊາ​ຄົມ​ໂລກ. ດ້ວຍ​ເຫດ​ນີ້, ກອງທັບ​ຈີນ​ຈິ່ງ​ບໍ່ພໍ​ໃຈ​ທີ່​ສຸດ​ແລະ​ຄັດຄ້ານ​ຢ່າງ​​ເດັດດ່ຽວ ທັງ​ຕໍ່​ວ່າ​ທັກ​ທ້ວງຢ່າງ​ເຄັ່ງຂຶມ​ຕໍ່​ຍີ່ປຸ່ນ.

ທ່ານ​ອູ​ຊຽນກ່າວ​ວ່າ: ສິ່ງ​ທີ່​ຍີ່ປຸ່ນ​ກະທຳ​​ນັ້ນ​ຈຸດປະສົງ​ທີ່ແທ້​ຈິງ​ກໍເພື່ອ​ສ້າງ​ຂໍ້​ອ້າງ​ໃຫ້​ແກ່​ຕົນ​ໃນ​ການ​ປັບປຸງ​ນະ​ໂຍບາຍ​ການ​ທະຫານ​ແລະ​ຄວາມ​ໝັ້ນຄົງ​ຢ່າງ​ໃຫຍ່ທັງຂະຫຍາຍ​ອາວຸດ​ຍຸດ​ໂທ​ປະກອນລວມ​ໄປ​​ເຖິງ​ການດັດ​ແກ້​ລັດຖະທຳ​ມະນູນ​ສັນຕິພາບ​ເຊິ່ງການ​ກະທຳດັ່ງກ່າວ​ນີ້​​ເຮັດໃຫ້​ປະຊາ​ຄົມ​ໂລກ​ຕິດຕາມ​ແລະ​ມີ​ສະຕິ​ລະວັງ​ຕົວ​ສູງ. ພວກ​ຂ້າພະ​ເຈົ້າ​ເຕືອນ​ໃຫ້​ຍີ່ປຸ່ນ​ທົບ​ທວນຄືນ​ປະ​ຫວັດ​ສາດ,​ເຄົາລົບ​ຄວາມ​ເປັນ​ຈິງ, ຢຸດ ການ​ຕຳ​ໜິປະ​ເທດ​ຈີນ​ຢ່າງ​ບໍ່​ມີ​ເຫດຜົນ,ຢຸດການ​ຍຸ​ແຍ່ທຳລາຍ​ສາຍ​ພົວພັນ​ລະຫວ່າງ​ປະ​ເທດ, ຢຸດການ​ຫຼອກ​ລວງ​ປະຊາ​ຄົມ​ໂລກ​ແລ້ວ​ຫັນ​ມາສູ່​ການສ້າງ​ເງື່ອນ​ໄຂ​ເພື່ອ​ປັບປຸງ​ແລະ​ພັດທະນາ​ສາຍ​ພົວພັນ​ຈີນ-ຍີ່ປຸ່ນ​ໃຫ້​ດີ​ຂຶ້ນດ້ວຍ​ການ​ກະທຳ​ຕົວ​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ