ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ພົບ​ປະ​ກັບ​ລັດຖະມົນຕີ​​ຕ່າງປະ​ເທດ​ລາວ
2016-08-03 11:14:55  cri 

ວັນ​ທີ 2 ສິງຫາ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຢາງ​ເຈ​ສື ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສະ​ເຫຼີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ​ ສປປ ລາວ.

​ໂອກາດ​ດັ່ງກ່າວ,ທ່ານ​ຢາງ​ເຈ​ສື​ຢືນຢັນ​ວ່າ ປີ​ນີ້​ຈີນ-ລາວ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 55 ປີ​ເຊິ່ງຖື​ວ່າ​ກຳລັງ​ມີ​ໂອກາດ​​ໃໝ່​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ຫວັງ​ວ່າ​ສອງ​ຝ່າຍ​ຈະ​ເພີ່ມ​ການພົວພັນ​ແລກປ່ຽນ​ກັນ​ທາງ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ຮ່ວມ​ມືຕົວ​ຈິງ, ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ລາວ​ໃຫ້​ຂະຫຍາຍຕົວ​ກ້າວ​ສູ່​ລວງ​ເລິກ. ຈີນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ລາວ​ເປັນ​ປະທານ​ອາ​ຊຽນ​ໃຫ້ມີ​ປະສິດທິ​ຜົນ​, ຮ່ວມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ໃຫ້​ປະສົບ​ຜົນສຳ​ເລັດ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ສະ​​ເຫຼີ​ມ​ໄຊ​ຢືນຢັນ​ວ່າ ລາວ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ພົວພັນ​ກັບ​ຈີນທັງຍິນ​ດີ​ຮ່ວມ​ກັບ​ຈີ​ນຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ການ​ຮ່ວມ​ມືອາ​ຊຽນ-ຈີນ​ໃຫ້​ຂະຫຍາຍຕົວ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ