ທ່ານ​ບັນ​ກີ​ມູນ​ຮຽກຮ້ອງ​ໃຫ້​ ສປປ ​ເກົາຫຼີ​ຢຸດ​ການ​ຍິງ​ລູກ​ສອນ​ໄຟ​
2016-08-04 16:56:25  cri 
ວັນ​ທີ 3 ສິງ​ຫາ​ນີ້, ທ່ານ​ສະ​ເຕ​ຟານ ດຸ​ຍຈາຣິກ ​ໂຄສົກ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ, ທ່ານ​ບັນ​ກິ​ມູນ ​ເລ​ຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຮູ້​ສຶກສະ​ເທືອນ​​ໃຈ​ຫຼາຍ​ທີ່ ສປປ ​ເກົາຫຼີ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ໃນ​ວັນ​ທີ 3 ສິງຫາ​ນີ້, ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ ສປປ ​ເກົາຫຼີ​ຢຸດ​ການ​ກະທຳ​​ແບບ​ນີ້​ແລະ​ກັບ​ຄືນ​ສູ່​ການ​ເຈລະຈາ​ຄືນ​ໃໝ່.

​ໃນ​ພິທີ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ສິງຫາ​ນີ້, ທ່ານ​ດຸ​ຍ​ຈາຣິກກ່າວ​ວ່າ, ການ​ທີ່ ສປປ ​ເກົາຫຼີ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄດ້​ທຳລາຍ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ພາກ​ພື້ນ​ຢ່າງ​ໜັກໜ່ວງ. ​ເຊິ່ງອີກ​ເທື່ອ​ໜຶ່ງອົງການ​ສະຫະ​ປະຊາ​ຊາດ​ຮຽກຮ້ອງໃຫ້ ສປປ ​ເກົາ​ຫຼີຄວນ​ຮັບ​ຟັງ​ຄວາມ​ຮຽກຮ້ອງ​ຂອງ​ປະຊາຄົມ​ໂລກ, ປ່ຽນ​ທິດ​ທາງ​ຂອງ​ຕົນ, ກັບ​ຄືນ​ສູ່​ຂະ​ບວນການເຈລະຈາ​ຢ່າງ​ກົງ​ໄປ​ກົງ​ມາ. ​ໂດຍທ່ານ​ບັນ​ກີ​ມູນ​ສະໜັບ​ສະ​ໜູນ​ການ​ເຈລະຈາ 6 ຝ່າຍ​ມາ​ໂດຍຕະຫຼອດ​​ແລະຮຽກຮ້ອງ​ໃຫ້ ສປປ ​ເກົາຫຼີ​ຢຸດ​ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ.
ຂ່າວສານ​ໂຢນຮັບ​ສາທາລະນະ​ລັດສ​ເກົາຫຼີ​ໄດ້ອ້າງ​ແຫຼ່ງຂ່າວ​ຂອງ​ຫ້ອງ​ເສນາ​ທິການ​ໃຫຍ່​ກອງທັບ​ສ​ເກົາຫຼີ​ລາຍ​ງານ​ໃນ​ວັນ​ທີ 3 ສິງຫາ​ນີ້​ວ່າ, ສປປ ​ເກົາຫຼີ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ລູກ​ໜຶ່ງ​ໃສ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ