ທ່ານ​ກ່າວ​ຫູ​ເສິງ​ເຂົ້າ​ຮ່ວມກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າEASຄັ້ງ​ທີ 4
2016-08-05 17:07:04  cri 

  ຕອນ​ເຊົ້າ​ວັນ​ທີ 5 ສິງຫາ​ນີ້​, ທ່ານ​ກ່າວ​ຫູ​ເສິງ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ຂອງ​ປະ​ເທດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ຫຼື EAS ຄັ້ງ​ທີ 4 ​​ໃນ​ໂອກາດ​ນຳ​ຄະນະ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ແລະ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ.

  ໂອກາດ​ດັ່ງກ່າວ, ທ່ານ​ກ່າວ​ຫູ​ເສິງ​ຢືນຢັນ​ວ່າ: ການ​ພັດທະນາ​​ເປັນ​ໜ້າ​ທີ່​ສຳຄັນ​ໜຶ່ງ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ​ເຊິ່ງປັດຈຸບັນ, ​ເສດຖະກິດ​ໂລກ​ມີ​ປັດ​ໄຈທີ່​ບໍ່​ໝັ້ນ​ທ່ຽງ​ແລະ​ບໍ່​ແນ່ນອນ​ເພີ່ມ​ຂຶ້ນ, ​​ແນວ​ໃດ​ກໍ​ດີ, ​ໂລກາ​ພິວັດ​ຍັງ​ຄົງ​ແມ່ນ​ທ່າ​ອ່ຽງຍຸກ​ສະ​ໄໝ​ນີ້​ທີ່​ບໍ່​ສາມາດ​ຕ່າວ​ປີ້ນ​ໄດ້, ການ​ແບ່ງ​ງານ​ແລະ​ການ​ຮ່ວມ​ມື​ໃນ​ທົ່ວ​ໂລກ​ໄດ້​ຍົກ​ສູງ​ປະສິດທິພາບ​ແລະ​ເປີດ​ກວ້າງ​ຕະຫຼາດ, ບັນດາ​ປະ​ເທດ​ໄດ້​ແບ່ງປັນ​ການ​ຂະຫຍາຍ​ຕົວ​ແລະ​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ ​ແລະ​ມີ​ສາຍ​ພົວພັນ​​ແໜ້ນ​ແຟ້ນຍິ່ງ​ຂຶ້ນ. ນັບ​ແຕ່​​ເກີດວິ​ກິດ​ການການ​ເງິນ​ສາກົນ​ ​​ເປັນ​ຕົ້ນ​ມາ, ການ​ລົງທຶນ​ຂ້າມ​ຊາດ​ຈົນ​ເຖິງ​ປັດຈຸບັນ​ກໍ​ຍັງ​ບໍ່​ທັນ​ໄດ້​ຟື້ນຕົວ​ຄືນ​ສູ່​ລະດັບ​ກ່ອນ​ເກີດ​ວິ​ກິດ​ການ​ເທື່ອ. ຖ້າ​ຢາກ​ຟື້ນ​ຟູ​ພະລັງ​ແຮງ​ຊຸກຍູ້​ເສດຖະກິດ​ໂລກ​ໃຫ້​ຂະຫຍາຍຕົວກໍ​ຈຳ​ເປັນ​ຕ້ອງກະ​ຕຸ້ນ​ການ​ຄ້າ​ແລະ​ການ​ລົງທຶນ​ໃຫ້​ຟື້ນ​ຕົວ​ຄືນ. ​ແນວ​ໃດ​ກໍ​ດີ, ຈີນ​ສະໜັບສະໜູນ​ໃຫ້​ຂະ​ບວນການ​ໂລກາ​ພິວັດ​ແລະ​ ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ເສີມ​ຂະຫຍາຍ​ບົ​ດບາດ​ຕົ້ນຕໍ, ຄັດຄ້ານ​ລັດທິ​ປົກ​ປ້ອງ​ທຸກ​ຮູບ​ແບບຢ່າງ​ເດັດດ່ຽວ ທັງ​ມີ​ຈຸດ​ຢືນ​ໃຫ້​ບັນດາ​ປະ​ເທດ​ເພີ່ມ​ທະວີ​ການ​ປະສານ​ງານ​ນະ​ໂຍບາຍ​ມະຫາ​ພາກ, ຮ່ວມ​ມື​ກັນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ.

  ທ່ານ ກ່າວ​ຫູ​ເສີງ​ ກ່າວ​ເນັ້ນ​ວ່າ: ​ໃນ​ເດືອນ​ກໍລະກົດ​ຜ່ານ​ມາ, ນະຄອນ​ຊຽງ​ໄຮ​ປະສົບ​ຜົນສຳ​ເລັດ​ໃນ​ການຈັດກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າຂອງ​ກຸ່ມ 20 ປະ​ເທດ​ຫຼື G20 ໂດຍ​ໄດ້​ບັນລຸ​ການ​ຫັນກອງ​ປະຊຸມ​ເປັນ​​​ກົນ​ໄກ ​ແລະ​ເປັນ​ການ​ກຽມ​ໝາກຜົນ​ດ້ານ​ເສດຖະກິດ​ການ​ຄ້າ​ທີ່​ແທ້​ຈິງ​​ໃຫ້​ແກ່ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ່​ວ,ຊຸກຍູ້​ໃຫ້​ກອງ​ປະຊຸມ G20 ຈາກ​ກົນ​ໄກ​ຮັບ​ມື​ກັບ​ວິ​ກິດ​ການ​ຫັນ​ເປັນ​ເວທີ​ຄຸ້ມ​ຄອງ​ທີ່​ມີ​ປະສິດທິ​ຜົນ​ແບບ​ຍາວ​ນານ. ຈີນ​ໄດ້​ຍຶດໝັ້ນທັດສະນະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດມາ​ໂດຍ​ຕະຫຼອດ, ຍິນ​ດີ​ຮ່ວມ​ກັບ​ບັນດາ​ຝ່າຍ​ບົນ​ພື້ນຖານ​ຫຼັກການ​ປຶກສາ​ຫາລື,ກໍ່ສ້າງ​ແລະ​ຊົມ​​ໃຊ້​ຮ່ວມ​ກັນ,ພ້ອມ​ກັນ​ຊຸກຍູ້​ການ​ກໍ່ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເພື່ອ​ເພີ່ມ​ພະລັ​ງ​ແຮງ​ໃໝ່​ເຂົ້າ​ໃນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ແລະ​ການ​ຮ່ວມ​ມື​ເສດຖະກິດ​ໃນ​ພາກ​ພື້ນ. ຈີນ​ແມ່ນກຸ່ມເສດຖະກິດ​ທີ່​ໃຫຍ່​ອັນ​ດັບທີ 2,ການ​ປະຕິບັດ​ວຽກ​ງານຂອງ​ຕົນ​ໃຫ້​ດີ​ກໍ​ເປັນ​ການ​ປະກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ຕໍ່​ໂລກ. ນັບ​ແຕ່​ຕົ້ນ​ປີ​ນີ້​ເຖິງ​ປັດຸ​ຈບັນ, ຈີນ​ໄດ້​ເປີດ​ກວ້າງ​ຄວາມ​ຕ້ອງການ​​ໂດຍ​ລວມຢ່າງ​ເໝາະ​ສົມ, ລົງ​ເລິກ​ຊຸກຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ​ການ​ຕອບ​ສະໜອງ, ​ເສດຖະກິດ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້​ໄດ້​ເພີ່ມ​ຂຶ້ນ 6,7% ​ເຊິ່ງ​ເປັນ​ໜຶ່ງ​ໃນ​ພະລັງ​ແຮງ​ແຫ່ງ​ການ​ເຕີບ​ໂຕ​ທີ່​ສຳຄັນ​ຂອງ​ເສດຖະກິດ​ໂລກ.

  ທ່ານ ​ກາວ​ຫູ​ເສິງ ຊີ້​ໃຫ້​ເຫັນ​ວ່າ, ​ໂດຍ​ລວມ​ແລ້ວ, ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ໃນ​ອາຊີ​ຕາ​ເວັນ​ອອກ​​ໄດ້​ອາ​ໄສ​ຕະຫຼາດພາຍ​ນອກອ່າວ​ສູງ​ເຊິ່ງການ​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ພາກ​ພື້ນ​ແລະ​ສາກົນ​ສອດຄ່ອງ​ກັບ​ຜົນ​ປະ​​ໂຫຍ​ດຂອງທຸກ​ປະ​ເທດ​ສະ ມາຊິກ. ຂະນະ​ທີ່​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ​​ໃນ​ອາ​ຊີ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ, ຈາກ​ນີ້​ຈຶ່ງ​ໄດ້​ສ້າງ​​ຮູບ​​ການ​ຮ່ວມ​ມື​ທີ່ປຶກສາ​ຫາລື​ຢ່າງ​ສະ​ເໝີ​ພາບ​ກັນ​ແລະຄຳນຶງເຖິງຄວາມເປັນຫ່ວງຂອງກັນແລະກັນຢ່າງ​ເຕັມ​ສ່ວນ​ໃນ​​ໄລຍະ​ຍາວ​ນານ​ຜ່ານ​ມາ​ໂດຍ​ໄດ້​ສະໜອງ​ປະສົບ​ການ​ຂອງ​ອາຊີ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ເສດຖະ ກິດ​ທົ່ວໂລກ. ​ແນ​ວ​ໃດ​ກໍ​ດີ, ວຽກ​ງານ​ພາກ​ພື້ນ​ຕ້ອງ​ໃຫ້ປະ​ເທດ​ຕ່າງໆ​ປຶກສາ​ຫາລື​ກັນ​ ໂດຍ​ຈີນ​ຍິນ​ດີ​ຮ່ວມ​ກັບຝ່າຍຕ່າງໆ ຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງເສດຖະກິດ​ຂອງ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ເຂົ້າກັນ​ແລະ​ກໍຫວັງ​ວ່າຈະ​ເພີ່ມ​ລັກສະນະ​ເປີດ​ກວ້າງ​ແລະ​ກວມ​ລວມຂອງລະບົບການ​ຄ້າ​ເສລີໃນພາກພື້ນ​ນີ້​ໃຫ້ຫຼາຍ​ກວ່າ​ເກົ່າທັງຖອດ​ຖອນ​ບົດຮຽນ​​ເພື່ອ​ຊຸກຍູ້​ເຊິ່ງກັນ​ແລະ​ກັນ. ນອກ​ນີ້, ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ​ເພື່ອ​ຮ່ວມ​ກັນ​ຊຸກຍູ້ "​ແຜນການ​ຈັດ​ຕັ້ງ​ປະຕິບັດ​ຖະ​ແຫຼ​ງການພະນົມ​ເປັນ". ​ແນວ​ໃດ​ກໍ​ດີ, ຈີນ​ຊົມ​ເຊີຍ​ແລະ​ສະໜັບສະໜູນທີ່​ລາວ​ລິ​ເລີ່​ມປະກາດ​ຖະ​ແຫຼ​ງການ​ວຽງ​ຈັນ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຕາ​ເວັນ​ອອກ​ ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ໃນ​ປີ​ນີ້.

  ກອງ​ປະຊຸມ​ເທື່ອ​ນີ້ມີ​​ເຈົ້າ​ໜ້າ​ທີ່​ຮັບຜິດຊອບຂະ​ແໜງ​ການ​ເສດຖະກິດ-ການ​ຄ້າ​ຂອງ​ 10 ປະ​ເທດອາ​ຊຽນ, ​ອາ​ເມ​ລິ​ກາ, ຣັດເຊຍ, ຍີ່ປຸ່ນ, ສ.​ເກົາຫຼີ, ​ອົສຕຣາລີ, ​ນູ​ແວນ​ເຊ​ລັງ, ອິນ​ເດຍພ້ອມ​ດ້ວຍ​ເລຂາທິການ​ໃຫຍ່​ອາ​ຊຽນ​ເຂົ້າ​ຮ່ວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ