ວົງ​ການອຸດສາຫະກຳ​ການຄ້າ 20 ປະ​ເທດ​ຈະ​ຍື່ນ​ບົດ​ລາຍ​ງານ​ປະກອບ​ຄຳ​ເຫັນ​ດ້ານ​ນະ​ໂຍບາຍ​ໃຫ້​ແກ່​ກອງ​ປະຊຸມສຸດ​ຍອດ G20 ​ຫັງ​ໂຈ່​ວ
2016-08-10 16:45:45  cri 

​ແຫຼ່ງຂ່າວ​ຈາກ​ພິທີ​ຖະ​ແຫຼງຂ່າວ​ທີ່​ຄະນະ​ກຳມະການຈັດກອງ​ປະຊຸມ​ສຸດ​ຍອດ​ອຸດສາຫະກຳ​ການ​ຄ້າຂອງ​ກຸ່ມ 20 ປະ​ເທດ ຫຼື B20 ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 10 ສິງຫາ​ນີ້​ໃຫ້​ຮູ້​ວ່າ ​ບົດ​ລາຍ​ງານ​​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ດ້ານ​ນະ​ໂຍບາຍ​ທີ່​ໄດ້​ເຕົ້າ​ໂຮມ​ສະຕິ​ປັນຍາ​ຂອງ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ທົ່ວ​ໂລກ​ສະບັບ​ໜຶ່ງ ​ເຊິ່ງ​ເປັນວຽກ​ງານ​ໃຈກາງ​ຂອງ B20 ໃນ​ປີ 2016 ​ໄດ້​ຂຽນ​ສຳ​ເລັດ​ຮຽບຮ້ອຍ​ແລ້ວ ​ໂດຍ​​ໃນ​ບົດ​ລາຍ​ງານ​ດັ່ງກ່າວ​ໄດ້​​ສະ​ເໜີນະ​ໂຍບາຍ 20 ຂໍ້ ​ແລະ​ຈະ​ຍື່ນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຂອງ G20 ຢ່າງ​ເປັນ​ທາງ​ການ​ໃນ​ກອງ​ປະຊຸ​ມສຸດ​ຍອດ B20 ທີ່​ຈະ​ຈັດ​ຂຶ້ນ​ໃນຕົ້ນ​ເດືອນ​​ໜ້າ​ນີ້.

​ໃນ​ພິທີ​ຖະ​ແຫຼງຂ່າວ, ທ່ານ​ຢີຜິ​ງ ຜູ້​ປະສານ​ງານ B20 ປະຈຳ​ປີ 2016, ຮອງ​ປະທານ​ຄະນະ​ກຳມະການ​ຈັດ​ກອງ​ປະຊຸມສຸດ​ຍອດ B20 ​ໄດ້​ໃຫ້​ຮູ້​ວ່າ: ​ໂດຍ​ປິ່ນ​ອ້ອມຫົວ​ຂໍ້ຫຼັກ ​ແລະຫົວ​ຂໍ້​ຍ່ອຍ​ຂອງ​ກອງ​ປະຊຸມ​ສຸດ​ຍອດ G20, ປີ​ນີ້ຈະ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ນະ​ໂຍບາຍ 4 ດ້ານ ຄື ປະດິດ​ສ້າງ​ໃໝ່​ກ່ຽວ​ກັບ​ຮູບ​ແບບ​ການ​ເຕີ​ບໂຕ, ການ​ຄຸ້ມ​ຄອງ​ເສດຖະກິດ​ແລະ​ການ​ທະນາຄານ​ທົ່ວ​ໂລກ​ທີ່​ມີ​ປະສິດທິ​ຜົນກວ່າ​ເກົ່າ​, ການ​ຄ້າ​ແລະ​ການ​ລົງທຶນ​ສາກົນ​ທີ່​ແຂງ​ແຮງ ​ແລະ ຊຸກຍູ້ການ​ພັດທະນາ​ແບບ​ກວມ​ລວມ​ແລະ​ມີ​ບົດບາດ​ຊຸກຍູ້​​ກັນ ​​ໂດຍ​ປະກອບ​ເປັນ "ບົດ​ລາຍ​ງານປະກອບ​ຄຳ​ຄິດ​ຄຳ​ເຫັນ​ດ້ານ​ນະ​ໂຍບາຍ​ຈາກ B20" ​ເຊິ່ງ​ເປັນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຕໍ່ G20 ​ໃນ​ການວາງ​ມາດ​ຕະການ​​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ​ແຜນການ​ຄຸ້ມ​ຄອງ​ໃນ​ສາກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ