ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສ​ຄັ້ງທີ 13 ກ່ຽວ​ກັບ​ການຈັດຕັ້ງປະຕິບັດ "ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຈະ​ຈັດ​ຂຶ້ນຢູ່​ຈີນ
2016-08-10 17:09:55  cri 

ທ່ານ​ນາງ​ຮວ້າຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ວັນ​ທີ 9 ສິງຫາ​ນີ້​ວ່າ: ​ ຈີນ​ຈະ​ຈັດ​ກອງ​ປະຊຸມ​​ເຈົ້າໜ້າ​ທີ່​ອາວຸ​ໂສວ່າ​ດ້ວຍການຈັດຕັ້ງປະຕິບັດ "ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຄັ້ງທີ 13 ​ຢູ່​ເຂດ​ປົກຄອງ​ຕົນ​ເອງ​ມົງ​ໂກ​ໃນ ​ໃນ​ວັນ​ທີ 16 ສິງຫາ​ນີ້ ​ໂດຍ​ທ່ານຫຼິວ​ເຈີ້ນ​ໝິນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ​ເຈົ້າໜ້າ​ທີ່​ອາວຸ​ໂສກະຊວງ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ໃນ​ອາ​ຊຽນຈະ​ເຂົ້າຮ່ວມ, ຂະນະ​ທີ່​ກ່ອນ​ຈະ​ຈັດ​ກອງ​ປະຊຸມ​ດັ່ງກ່າວ ​ຈະ​ຈັດ​ກອງ​ປະຊຸມ​ໜ່ວຍ​ວຽກ​ງານປະສົມ​ຄັ້ງທີ 18 ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ຖະ​ແຫຼງການ​ດັ່ງກ່າວ.

ທ່ານ​ນາງ​ຮວ້າຊຸນ​ຢິງ ກ່າວ​ຕື່ມ​ວ່າ: ຈີນ​ແ​ລະ​ບັນດາ​ປະ​ເທດ​ໃນ​ອາ​ຊຽນຈະ​ສືບ​ຕໍ່​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ ແລະ ຊຸກຍູ້ການ​ປຶກສາ​ຫາລື "ກົດ​ແຫ່ງ​ການ​ປະພຶດ​ໃນ​ທະ​ເລ​ຈີນ​ໃຕ້" ​ໂດຍ​ອີງ​ຕາມ​​ເນື້ອ​ໃນຈິດ​ໃຈ​ຖະ​ແຫຼງການ​ຮ່ວມ​ຂອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນວ່າ​ດ້ວຍ​ການຈັດຕັ້ງປະຕິບັດ "ຖະ​ແຫຼງການ​​ແ​ຫ່ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ​ຢ່າງມີ​ປະສິດທິ​ຜົນຮອບດ້ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ