ກອງ​ປ​ະຊຸມ​ເວທີ​ປຶກສາ​ຫາລື​ຜູ້ນຳ​ອາ​ຊຽນຄັ້ງ​ທີ 13 ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ
2016-08-11 16:59:39  cri 

ເວັບ​ໄຊ​ສູນ​ຈີນ-ອາ​ຊຽນ​ແຈ້ງ​ຂ່າວ​ວ່າ: ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຜູ້ນຳ​ອາ​ຊຽນຄັ້ງ​ທີ 13 ​ໄດ້​ອັດ​ລົງ​ແລ້ວ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ​ຢູ່​ນະຄອນຫຼວງວຽງ​ຈັນ ສປປ ລາວ​ເມື່ອ​ມໍ່ໆ​ມາ​ນີ້​ໂດຍຜູ້​ເຂົ້າ​ຮ່ວມ 20 ກວ່າ​ທ່ານ​ ​ຈາກ​ລັດຖະບານ​ປະ​ເທດ​ສະມາຊິກ​ອາ​ຊຽນ, ອົງການ​ປົກຄອງ​ເຂດບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ, ອົງ​ການຈັດ​ຕັ້ງສາກົນ,ສະມາຄົມ​ມິດຕະພາບ, ສະພາ​ການ​ຄ້າ, ຂະ​ແໜງ​ການ​ວິຊາ​ການ​ແລະ​ສື່​ມວນ​ຊົນ​ໄດ້​ປຶກສາ​ຫາລື​ກັນ​ໂດຍ​​ໄດ້ຮັບ​ໝາກຜົນ​ອັນ​ອຸດົມສົມບູນ.

​ຜູ້​ເຂົ້າ​ຮ່ວມໄດ້​ປະກອບ​ຄຳ​ເຫັນ​ວ່າ: ​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ສຳ​ເລັດປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ອາ​ຊຽນ​ໄດ້​ກາຍ​ເປັນ​ກຸ່ມ​ເສດຖະກິດ​ທີ່​ມີ​ກຳ​ລັງ​​​ແຂ່ງຂັນ​ສູງ. ອາ​ຊຽນຄວນ​ກຳ​​ໂອກາດ​ດັ່ງກ່າວ, ​ຊຸກຍູ້​ຂະ​ບວນການ​ຫັນ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​ຕື່ມ​ອີກ, ​ເພີ່ມ​ກຳລັງ​ຊຸກຍູ້​ການ​ພັດທະນາ​ທີ່​ກຳ​ເນີ​ດຈາກ​ພາຍ​ໃນ​ເພື່ອ​ບັນລຸ​ການ​ພັດທະນາ​ຢ່າງ​ສະ​ໝ່ຳສະ​ເໝີ​ແລະ​ຍືນ​ຍົງ. ສັນຍາ​ສາຍ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ​ຫຼື RCEP ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານການ​ຄ້າ​ແລະ​ການ​ລົງທຶນ, ​ເລັ່ງຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງ​ເສດຖະກິດ​ອາ​ຊີຕາ​ເວັນ​ອອກ, ນຳ​ເອົາ​ໂອກາດ​ການ​ຄ້າ​​ໃຫ້​ອາ​ຊຽນ​ແລະ​ຄູ່​ເຈລະຈາ​ໃຫ້​ຫຼາຍ​ກວ່​າ​ເກົ່າ. ​ເສດຖະກິດ​ດິຈີ​ຕອນ​​ເປັນ​ຜົນ​ດີ​ຕໍ່​ການ​ຊ່ວຍ​ປະດິດ​ສ້າງ​ຮູບ​ແບບ​ການ​ຄ້າ​ແລະຍົກ​ສູງ​ປະສິດທິພາບ. ດ້ວຍ​ເຫດ​ນີ້, ອາ​ຊຽນກຳລັງ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ການ​ນຳ​ໃຊ້ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ດິຈີຕອນ​ເຂົ້າ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງກວ້າງຂວາງ​ເຊັ່ນ​ເສດຖະກິດ, ອຸດສາຫະກຳ, ການ​ສຶກສາ​​ແລະ​ອື່ນໆ.

ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ຜູ້ນຳ​ອາ​ຊຽນຄັ້ງ​ທີ 14 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ມະນີລາ​ປະ​ເທດ​ຟີ​ລິບ​ປິນ​ໃນ​ເດືອນ​ເມສາ​ປີ 2017.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ