ອະດີດ​ປະທານາທິບໍດີ​ຟິລິບ​ປິນພົບ​ປະ​ກັບ​ເຈົ້າໜ້າ​ທີ່​ຈີນ​ຢູ່ຮົງ​ກົງ​ໃນນາມ​ສ່ວນ​ຕົວ
2016-08-12 16:23:06  cri 

​​ໃນ​ວັນ​ທີ 10-11 ສິງຫາ​ນີ້, ທ່ານ​ຣາ​ມອ​ສ ອະດີດ​ປະທານາທິບໍດີ​ຟິລິບ​ປິນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ຟູ້ຢິງ ປະທານ​ກຳມາ​ທິການ​ຕ່າງປະ​ເທດ ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ອະດີດ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຟິລິບ​ປິນ ​ແລະ ​ສາ​ສະ​ດາ​ຈານ ອູ​ສຶ​ເສີນ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ທະ​ເລ​ຈີນ​ໃຕ້ ຢູ່​​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ​ໃນ​ນາມ​ສ່ວນ​ຕົວ ​ດ້ວຍບັນຍາກາດ​ທີ່ປິ​ຕິ​ຊົມ​ຊື່ນ​ແລະ​ມິດຕະພາບ​.

ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ບໍ່​ເປັນ​ທາງ​ການ ​ໂດຍ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ຈະ​ດຳ​ເນີນ​ການ​ສົນທະນາ​ເພື່ອ​ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຄວາມ​ໝັ້ນ​ໃຈ ​ແລະ ຫຼຸດຜ່ອນສະພາບ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ຝ່າຍ ​ແລະ​ເປີດ​ທາງ​ໃຫ້​ແກ່​ການ​ຊຸກຍູ້​ການ​ຮ່ວມ​ມືທຸກ​ດ້ານ​ທີ່​ມີ​ຜົນ​ດີ​ຕໍ່​ປະຊາຊົນ​ສອງ​ຊາດ​ແລະ​ພາກ​ພື້ນ. ​ແນວ​ໃດ​ກໍ​ດີ, ສອງ​ຝ່າຍ​ລ້ວນ​ແຕ່​ຢືນຢັນ​​ໂດຍ​ຫວັງ​ວ່າ​ຈະ​ສາມາດຊອກຫາ​​ຈຸດ​ຮ່ວມ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໄດ້ ​ໂດຍ​ສະ​ເພາະການ​​ຮ່ວມ​ມື​ກັນ​ແກ້​ໄຂ​ຄວາມທຸກ​ຍາກ​ໃນ​ສັງຄົມ ທັງ​ເນັ້ນວ່າ, ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ມີ​ຄວາມ​ສຳຄັນ​ຍິ່ງ​ຕໍ່​ສາຍ​ພົວພັນ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃນ​ໄລຍະ​ຍາວ​ລະຫວ່າງ​ຟິລິບ​ປິນ-ຈີນ.

ຜູ້​ເຂົ້າຮ່ວມ​ການ​ພົບ​ປະເນັ້ນວ່າ, ການ​ພົບ​ປະຄັ້ງນີ້​ມີ​ຂຶ້ນ​ໃນນາມ​ສ່ວນ​ຕົວ​ ໂດຍທ່ານຕ່າງໆ​ລ້ວນ​ແຕ່ພໍ​ໃຈ​ຕໍ່​ການ​ປຶກສາ​ຫາລື​ຄັ້ງນີ້ ​ແລະ ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສາມາດ​​ເລີ່​ມຕົ້ນຂະ​ບວນການ​ປຶກສາ​ຫາລື​ຢ່າງເປັນ​ທາງ​ການ ​ເຊິ່ງບໍ່​ວ່າ​ຈະຢູ່​ນະຄອນຫຼວງປັກ​ກິ່ງ, ນະຄອນຫຼວງມະ​ນີລາ ຫຼື ບ່ອນ​ອື່ນໆ​ກໍ​ໄດ້ ​ແລະດຳ​ເນີນການ​ຊຸກຍູ້ຢ່າງ​ຕໍ່​ເນື່ອງ​ແລະ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ