ຈີນກັບອິນເດຍຈະສະໜັບສະໜູນເຊິ່ງກັນແລະກັນເພື່ອຈັດສອງກອງປະຊຸມສຸດຍອດໃຫ້ດີ
2016-08-14 14:09:05  cri 

ເນື່ອງໃນໂອກາດຈະສິ້ນສຸດການຢ້ຽມຢາມຕໍ່ອິນເດຍ, ທ່ານວາງອີ້ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນໃຫ້ສຳພາດ​ຕໍ່ນັກຂ່າວວ່າ, ເປົ້າໝາຍການຢ້ຽມຢາມອິນເດຍເທື່ອນີ້ແມ່ນ, ​ເພິ່ມແລກປ່ຽນຄວາມຄິດຄວາມເຫັນດ້ານຍຸດທະສາດກັບອິນເດຍກ່ອນຈະຈັດກອງປຸມຊຸດຍອດ G20 ຢູ່ຈີນ ແລະ ຈັດການພົບປະຜູ້ນຳປະເທດ BRICS ຢູ່ອິນເດຍ. ຄວາມ​ເປັນ​ເອກະ​ພາບ​ກັນ​ທີ່ສຳຄັນທີ່ສຸດລະຫວ່າງສອງປະເທດພວກ​ເຮົາ​ຄື ຈະສະໜັບສະໜູນເຊິ່ງກັນແລະກັນຢ່າງ​ເດັດໜຽວ, ພ້ອມກັນຈັດກອງປະຊຸມສຸດຍອດ G20 ຢູ່​ເມືອງຮາງໂຈ່ວ ແລະ ການພົບປະຜູ້ນຳປະເທດ BRICS ຢູ່ໂກອາໃຫ້ດີ. ໃນຂະບວນການດັ່ງກ່າວ,ກໍ​ຈະເພິ່ມທະວີຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງປະເທດທີ່ພວມພັດທະນາ, ຍົກສູງຖານະ ແລະ ບົດບາດຂອງກຸ່ມເສດຖະກິດທີ່ຈະເລິນໃໝ່ໃນການປົກຄອງທົ່ວໂລກ.


ກ່ຽວກັບການພົວພັນຈີນ-ອິນເດຍ, ທ່ານວາງອີ້ກ່າວວ່າ, ສອງຝ່າຍເປັນເອກະສັນກັນເຫັນວ່າ, ລັດຖະບານໃໝ່ທີ່​ນຳ​ຖດຍທ່ານ​ນາຍົກລັດຖະມົນຕີໂມດີສ້າງຕັ້ງຂຶ້ນເປັນເວລາ 2 ປີມານີ້, ບົນພື້ນຖານໝາກຜົນທີ່ໄດ້ສະສົມຫຼາຍປີ,ການພົວພັນລະຫວ່າງສອງປະເທດໄດ້ຮັບຄວາມຄືບໜ້າຢ່າງຮອບດ້ານໃນຂົງເຂດຕ່າງໆ. ​ໂດຍລວມແລ້ວ, ຈີນພໍໃຈຕໍ່ການຂະຫຍາຍການພົວພັນຈີນ-ອິນເດຍ, ເຫັນວ່າການພົວພັນລະຫວ່າງສອງປະເທດດີຫຼາຍໂດຍລວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ