ຈີນຄອງ​ຄອຍ​ການຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ຊຸກຍູ້​​ກອງ​ປະຊຸມ​ສຸດ​ຍອດ G20 ​ຫາງ​ໂຈ່​ວ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດ
2016-08-21 16:05:07  cri 
ວັນ​ທີ 20 ສິງຫາ​ນີ້, ທ່ານ​ຊຸ່ຍທ່ຽນ​ໄຂ້, ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ​ກ່າວ​ຢູ່​ທີ່​ນະຄອນ​ວໍ​ຊິງ​ຕັນ​ວ່າ, ​ນັບແຕ່​ກົນ​ໄກ G20 ກຳ​ເນີ​ດຂຶ້ນ​ມາ​ຮອດ​ປັດຈຸບັນ, ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ປະສານ​ງານ​ຮ່ວມ​ມື​ກັນຫຼາຍ​ໃນ​ກົນ​ໄກ​ດັ່ງກ່າວ​ນີ້, ຂະນະ​ທີ່ທົ່ວ​ໂລກ​ຄອງ​ຄອຍ​ຈີນ​ແລະ​ອາ​ເມ​ລິ​ກາ​ສຶບຕໍ່​ເສີມ​ຂະຫຍາຍ​ບົດບາດທີ່​ມີ​ລັກສະນະນຳພາ​ແລະ​ສ້າງສັນ, ຊຸ​ກຍູ້ກອງ​ປະຊຸມ​ສຸດ​ຍອດ G20 ​ຫາງ​ໂຈ່​ວ​ໃຫ້​ໄດ້​ຮັບ​ຜົນສຳ​ເລັດຢ່າງ​ເຕັມ​ເມັດ​ເຕັດ​ໜ່ວຍ.

ທ່ານ​ຊຸ່ຍ​ທ່ຽນ​ໄຂ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ພາຍ​ໃຕ້​ເບື້ອງ​ຫັຼງທີ່​ສະຖານະ​ການ​ເສດຖະກິດ​ໂລກ​ບໍ່​ຄັກ​ແນ່​ແລະ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂາດ​ເຂີນ​ກຳລັງ​ແຮງ, ຈີນ​ແລະ​ອາ​ເມ​ລິ​ກາ​ຕ້ອງ​ເສີມຂະຫຍາຍ​ບົດບາດ​ໃຫຍ່​ກວ່າ​ເກົ່າ, ຮ່ວມ​ກັນ​ຊຸກຍູ້​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ໄດ້​ຮັບ​ໝາກຜົນທີ່​ມີ​ລັກສະນະ​ສ້າງສັນ. ສອງ​ປະ​ເທດມີໜ້າ​ທີ່​ອັນ​ຈຳ​ເປັນ, ກໍ​ໄດ້​ແລກປ່ຽນ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້​ເລື້ອຍໆ, ທັງ​ໄດ້​ຮັບ​ຜົນ​​ເປັນ​ຢ່າງ​ດີ​ໃນ​ການ​ແລກປ່ຽນ.

​ໃນ​ໄລຍະ​ກອງ​ປະຊຸມ, ທ່ານ​ປະທານ​ສີ​ຈິ້ນ​ພີ​ງຈະ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີບາຣັກ ​ໂອ​ບາ​ມາ, ​ເຊິ່ງປະຊາ​ຄົມ​ໂລກ​ໄດ້​ໃຫ້​ຄວາມ​ສົນ​ໃຈ​​ໃນ​ລະດັບ​ສູງ. ຕໍ່​ເ​ລື່ອງນີ້, ທ່ານ​ຊຸ່ຍ​ທ່ຽນ​ໄຂ້​ກ່າວ​ວ່າ, ຄອງ​ຄອຍ​ການ​ພົບ​ປະ​ຮອບ​ໃໝ່​ລະຫວ່າງ​ປະມຸກ​ລັດ​ຈີນ​ອາ​ເມ​ລິ​ກາ ສາມາດ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ, ຊີ້​ໃຫ້​ເຫັນ​ທິດ​ທາງ​ການ​ຮ່ວມ​ມື​ພັດທະນາ, ​ແລະອຳນວຍ​ການ​ຊີ້​ນຳທາງ​ການ​ເມືອງ​ໃນການ​ຄວບ​ຄຸມຄວາມຂັດ​ແຍ້​ງກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ