ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທຸກພາກສ່ວນ ເປັນເຈົ້າພາບທີ່ດີ ຮ່ວມກັນ ໃນການຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28, 29
2016-08-21 16:50:47  cri 

  ຂປລ. ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ຮຽກຮ້ອງ ​ໃຫ້​ບັນດາ​ພາກ​ລັດ, ​ເອກະ​ຊົນ ​ແລະ ປວງ​ຊົນ​ລາວທຸກ​ທົ່ວ​ໜ້າ ຈົ່ງ​ພ້ອມ​ກັນ​ ໃຫ້ກາ​ນຮ່ວມ​ມື​ໃນ​ທຸກ​ດ້ານ ​ເພື່ອ​ເປັນ​ເຈົ້າພາບ​ທີ່​ດີ​ຮ່ວມ​ກັນ ປະກອບ ສ່ວນ​ເຮ​ັດ​ໃຫ້ ​ກອງ​ປະຊຸມ​ ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28, 29 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອື່ນ​ໆ ​ທີ່​ກ່ຽວຂ້ອງ ​ໃຫ້​ປະສົບ​ຜົນສຳ​ເລັດ ຕາມ​ຈຸດປະສົງ ​ແລະ ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

  ​ໃນ​ວັນ​ທີ 19 ສິງ​ຫາ ນີ້, ທີ່​ຫ້ອງ​ວ່າການ​ລັດຖະບານ ​ໄດ້​ຈັດ​ກອງ​ປະຊຸມ ລາຍ​ງານ​ຄວາມ​ຄືບ​ໜ້າ ການ​ກະກຽມ ​ໃຫ້​ແກ່​ກອງ​ປະຊຸມ ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28, 29 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອື່ນໆ​ ທີ່​ກ່ຽວຂ້ອງ ​​ໂດຍການ​ເປັນ​ປະ​ທານ​ຂອງ ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນ​ຕີ ມີ​ບັນດາ 13 ຫົວໜ້າ​ອະນຸ​ກຳມະ​ທິການ ທີ່​ຮັບຜິດຊອບ​ວຽກ​ງານ​ສະ​ເພາະ ​ເພື່ອ​ກະກຽມດຳ​ເນີນ​ ການ​ເປັນ​ເຈົ້າພາບ ​ແລະ ປະທານ​ອາ​ຊຽນ ​ໃນ​ປີ 2016, ພ້ອມ​ດ້ວຍ ບັນດາ​ຫົວໜ້າ​ກົມ​ ​ແລະ ບັນດາ​ພະນັກງານ​ ຈາກ​ບັນດາ​ກະຊວງ ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

  ກອງ​ປະຊຸມ​ດັ່ງ​ກ່າວ, ​ໄດ້​ຈັດ​ຂຶ້ນ​ເພື່ອ​ກວດກາ​ຄືນ ​ຄວາມ​ຄືບ​ໜ້າຄັ້ງ​ສຸດ​ທ້າ​ຍ ​ໃນ​ການ​ກະກຽມ ​ບັນດາ​ໜ້າ​ວຽກ​ຕ່າງ​ໆ ຂອງ​ແຕ່​ລະ​ອະນຸ​ກຳມະການ ​ພ້ອມ​ທັງປຶກສາ​ຫາລື ​ບັນຫາ​ທີ່​ຍັງ​ຄ້າງ​ຄາ, ຂໍ້​ສະ​ເໜີ ​ແລະ ຂໍ້​ຫຍຸ້ງ​ຍາກ​ຕ່າງໆ ​ເພື່ອ​ຮ່ວມ​ມື​ກັນ​ແກ້​ໄຂ ​ແລະ ຮັບປະກັນ​ຜົນສຳ​ເລັດ ​ຂອງກອງ​ປະຊຸມ​ ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28, 29 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອື່ນໆ​ ທີ່​ກ່ຽວຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ