ສື່​ມວນ​ຊົນ​ລາວ​ແລະ​ສື່​ມວນ​ຊົນ​ແຂວງ​ຈີຫຼິນຈີນ​ພົບ​ປະ​ແລກປ່ຽນ​ບົດຮຽນ​ຮ່ວມ​ກັນ
2016-08-22 10:51:15  cri 

ກອງ​ປະຊຸມ​ພົບ​ປະ-​ແລກປ່ຽນ​ລະຫວ່າງ​ຄະນະ​ຜູ້​ແທນສະມາຄົມ​ນັກ​ຂ່າວລາວ ​ແລະ ສື່​ມວນ​ຊົນ​ແຂວງ​ຈີຫຼິນ ສປ ຈີນ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ສາງ​ຊຸ່ນ ​ເທດສະບານ​ແຂວງ​ດັ່ງກ່າວ​ໃນ​ວັນ​ທີ 21 ສິງຫາ​ນີ້ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຈ່າງ​ສຸ​ປິ່ນ ຫົວໜ້າ​ຫ້ອງການ​ຖະ​ແຫຼງຂ່າວ​ອຳນາດ​ການ​ປົກຄອງແຂວງຈີຫຼິນ, ​ທ່ານ​ຕົງ​ເຫວີຍ​ເຫຣີນ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບ​ຮົບ​ແຂວງ​ຈີຫຼິນ, ທ່ານ​ບຸນ​ເຈົ້າ ພິຈິດ ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ສະຖານີ​ໂທລະພາບ​ແຫ່ງ​ຊາດ ​ແລະຄະນະສື່​ມວນ​ຊົນລາວ​ໄດ້​ເຂົ້າຮ່ວມ​.

​ໃນ​ກອງ​ປ​ະຊຸມ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຢ່າງ​ກວ້າງຂວາງແລະ​ປຶກສາ​ຫາລື​ກັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບ​ຂອງ​ແຕ່ລະ​ຝ່າຍ ​ເປັນຕົ້ນວຽກ​ງານ​ການ​ສຳພາດ​ແລະ​ຂຽນ​ຂ່າວ ພ້ອມ​ດ້ວຍ​ທິດ​ທາງ​​ແລກປ່ຽນ​ແລະຮ່ວມ​ມືລະຫວ່າງ​ສອງ​ຝ່າຍ ​ເຊິ່ງ​ໄດ້ສ້າງ​ຄວາມ​ເຂົ້າ​ໃຈ​ກັນຫຼາຍຂຶ້ນ. ຂະນະ​ດຽວ​ກັນ​ກໍ​ຢືນຢັນ​ວ່າ​ຈະ​ຮ່ວມ​ກັນ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຫດການທີ່​ປະ​ທັບ​ໃຈ​ໃນ​ການ​​ແລກປ່ຽນ​ແລະ​ຮ່ວມ​ມື​​ດ້ານ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ ​ເພື່ອ​ເສີມ​ສ້າງ​ມິດຕະພາບ​ແລະ​ຄວາມ​​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ.

ທ່ານ​ບຸນ​ເຈົ້າ ພິຈິດ ກ່າວ​ວ່າ: ການຢ້ຽມຢາມ​ຈີນ​ເທື່ອ​ນີ້​ລ້ວນ​ແຕ່​ແມ່ນ​ສື່​ມວນ​ຊົນ​ທີ່​ສຳຄັນ​ຂອງ​ລາວ ​ໃນ​ຂະນະ​ທີ່​ການແລກປ່ຽນ​ວຽກ​ງານ​ການ​ຂ່າວ ​ແລະ ຮຽນຮູ້​ບົດຮຽນ​ຂອງ​ຈີນ​ນັ້ນ, ພວກ​ຂ້າພະ​ເຈົ້າກໍ​ຈະ​ນຳ​ສະ​ເໜີ​ເຫດການ​ທີ່​ໄດ້​ເຫັນ, ​ໄດ້​ຍິນ​ຢູ່​ແຂວງ​ຈີຫຼິນນີ້​ໃຫ້​ປະຊາຊົນ​ລາວ​ໄດ້​ຊາບ ​ແລະຫວັງ​ວ່າ​ຈະ​ສາມາດ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ລາວ-ຈີນດີ​ຂຶ້ນຕໍ່​ເນື່ອງ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ