ຈີນ​ຈະຮັບປະກັນ "ການ​ປ່ອຍ​ທາດ​ກາກ​ບອນ​ເປັນ​ສູນ" ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ G20
2016-08-22 16:39:13  cri 

ພິທີເລີ່​ມປະຕິບັດ​ໂຄງການຫຼຸດ​ທາດ​ກາກ​ບອນ​​​ໃນໄລຍະ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ G20 ​ເມືອງ​ຫັງ​ໂຈ່​ວປີ 2016 ​ໄດ້​ຈັດ​ຂຶ້ນຢູ່​ຫໍ​ວິທະຍາສາດ-​ເຕັກນິກ​ກາກ​ບອນ​ຕ່ຳ​ເມືອງ​ຫັງ​ໂຈ່​ວ ສປ ຈີນ​ໃນ​ຕອນ​ເຊົ້າວັນ​ທີ 22 ສິງຫາ​ນີ້ ​ໂດຍ​ໂຄງການ​ດັ່ງກ່າວ​ຈະ​ດຳ​ເນີນການປູກ​ໄມ້​ສ້າງ​ປ່າ​ເພື່ອລ້າງທາດ​ອາຍກາກ​ບອນ​ດີ​ອົ໊ກຊິດທີ່​​ເກີດ​ຈາກ​ການ​ຄົມມະນາຄົມ, ​ການ​ກິນດື່ມ ​ແລະ ພັກ​ເຊົາ​ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ G20 ​ແລະ​ບັນລຸ​ເປົ້າໝາຍ​ການ​ປ່ອຍທາດ​ກາກ​ບອນ​ເປັນ​ສູນ. ຂະນະ​ທີ່ການດຳ​ເນີນ​ໂຄງການ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ່​ວກາຍ​ເປັນ​ກອງ​ປະຊຸມສຸດ​ຍອດ G20 ຄັ້ງທຳ​ອິດ​ທີ່​ບັນລຸການຫຼຸດ​ທາດ​ກາກ​ບອນ.

ທ່ານ​ກາວ​ເຟິງ ຜູ້​ຕາງໜ້າພິ​ເສດການ​ເຈລະຈາ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ລັດຖະບານ​ຈີນ​ຕົກລົງ​ໃຊ້​ວິທີ​ການ​ປູກ​ໄມ້​ສ້າງ​ປ່າ​ເຮັດ​ໃຫ້​ອົ໊ກຊີ​ແຊນ​ເພີ່ມ​ຂຶ້ນ​ເພື່ອລ້າງ​ທາດກາກ​ບອນທີ່​ປ່ອຍ​ອອກ​ເພີ່ມ​ຂຶ້ນຈາກ​ການຈັດ​ກອງ​ປະຊຸມ​ສຸດ​ຍອດ G20 ​ແມ່ນ​ການ​ກະທຳ​ຕົວ​ຈິງ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ​ກໍ​ເປັນ​ການ​ສົ່ງ​ສັນຍານ​ຕໍ່​ການດຳ​ເນີນ​ກອງ​ປະຊຸມ​ດ້ວຍ​ກາກ​ບ່ອນ​ຕ່ຳ ​ແລະ ອະນຸລັກ​ສິ່ງ​ແວດ​ລ້ອມ​ໃນ​ທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ