ທະນາຄານ​ອຸດສາຫະກຳ​-ການ​ຄ້າ​ຈີນສາຂານະຄອນຫຼວງ​ວຽງ​ຈັນ​ກາຍ​ເປັນ​ທະນາຄານ​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຢູ່​ລາວ
2016-08-24 16:11:17  cri 

​ຮອ​ດທ້າຍ​ເດືອນ​ມິຖຸນາ​ປີ​ນີ້, ຍອດ​ຊັບ​ສິນ​ຂອງທະນາຄານ​ອຸດສາຫະກຳ-ການ​ຄ້າ​ຈີນ ຫຼື ICBC ສາຂານະຄອນຫຼວງ​ວຽງ​ຈັນ​ໄດ້ພັດທະນາ​ແລະລື່ນ​​ທະນາຄານ​ການ​ຄ້າຕ່າງປະ​ເທດ​ລາວ ​ແລະ​ກາຍ​ເ​ປັນ​ທະນາຄານ​ການ​ຄ້າ​ທີ່​ມີ​ຊັບ​ສິນຫຼາຍກວ່າ​ໝູ່ຢູ່​ລາວ.

ຂ່າວ​ແຈ້ງວ່າ, ນັບ​ແຕ່​ເລີ່​ມ​ເປີດ​ບໍລິການ​ເມື່ອ​ວັນ​ທີ 28 ພະຈິກ ປີ 2011 ​ເປັນຕົ້ນມາ, ICBC ສາຂາ​ນະຄອນຫຼວງວຽງ​ຈັນ​ໄດ້​ພະຍາຍາມ​ຊຸກຍູ້​ການ​ພັດທະນາ​ວຽກ​ງານຢູ່ລາວ, ​ສົ່ງ​ເສີມ​ການ​ປ່ອຍ​ສິນ​ເຊື່ອ​ໃຫ້ຫຼາຍຂຶ້ນ ​ແລະ ​ໄດ້​ປະກອບສ່ວນ​ເພື່ອ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ລາວ ​ແລະ ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ຈີນ-ລາວ.

​ເຈົ້າໜ້າ​ທີ່ ICBC ສາຂາ​ນະຄອນຫຼວງວຽງ​ຈັນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ທະນາຄານ​ຕົນ​ໄດ້​ຕອບສະ​ໜອງຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຢ່າງ​ຕັ້ງໜ້າ ​ແລະ​ຖື​ເປັນ​ໂອກາດ​​ສຳຄັນ​ສຳລັບ​ການພັດທະນາ​ໃນ​ອະນາຄົດ ​ໂດຍ​ຈະ​ສືບ​ຕໍ່​ຊຸກຍູ້​ຍຸດ​ທະ​ສາດ​ການ​ດຳ​ເນີນ​ທຸລະກິດ​ຢູ່ລາວ, ພະຍາຍາມ​ອຳນວຍ​ການ​ບໍລິການ​ດ້ານ​ການ​ເງິນ​ທີ່​ມີ​ຄຸນ​ນະພາ​ບ ​ແລະ​ມີ​ປະສິດທິພາບ​ໃຫ້​ແກ່​ລູກ​ຄ້າ ​ແລະ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ໃນ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ລະຫວ່າງ​ຈີນ-ລາວ ​ພ້ອມ​ທັງ​ຊຸກຍູ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ທະນາຄານ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນສູ່​ລະດັບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ