ຂົວ​ຂ້າມ​ທະ​ເລ​ແຫ່ງ​ທີ3ຂອງ​ອິສຕານ​ບູນ​ເລີ່​ມ​ແລ່ນ​ລົດ
2016-08-27 17:33:36  cri 



ວັນ​ທີ26ສິງຫາ​ນີ້, ຂົວ​ຂ້າມ​ທະ​ເລ​ແຫ່ງ​ທີ3ຂອງ​ອິສຕານ​ບູນທີ່​ເປັນ​ຕົວ​ເມືອງ​ໃຫຍ່​ກວ່າ​ໝູ່​ຂອງ​ຕວກກີ​ໄດ້​ເລີ່​ມ​ແລ່ນ​ລົດ,​​ເຮັດ​ໃຫ້​​ຄົມມະນາຄົມ​ທີ່​​ເຊື່ອມ​ຕໍ່​ເອີ​ລົບ​ແລະ​ອາຊີ​ສະດວກ​ກວ່າ​ເກົ່າ.


ການ​ກໍ່ສ້າງ​ຂົວ​ດັ່ງກ່າວ​ໄດ້​ໃຊ້​ເງິນ​​ປະມານ3ຕື້​ໂດ​ລາ, ຍາວ1,4ກິ​ໂລ​ແມັດ, ກວ້າງ59​ແມັດ, ມີ​ທາງ​ລົດ8​ເລັນ,​ແລະ​ທາງ​ລົດ​ໄຟ2ສາຍ,​​ເປັນໜຶ່ງ​ໃນ​ຂົວ​ຫ້ອຍ​ດ້ວຍ​ເສັ້ນ​ເຫຼັກ​ໃຫຍ່​ທີ່​ສຸດ​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ