ພິມ​ຈຳໜ່າຍ​ແລະ​ນຳ​ສະ​ເໜີ"ວັດຈະນານຸກົມ​ພາສາ​ຈີນ​ທົ່ວ​ໂລກ"​ເປັນ​ຄັ້ງ​ທຳ​ອິດ
2016-08-29 16:42:28  cri 
ສຳນັກ​ພິມ​ຈຳໜ່າຍ​ປຶ້ມ​ການ​ຄ້າ​ຈີນ​ໄດ້​ພິມ​ຈຳໜ່າຍ​ແລະ​ນຳ​ສະ​ເໜີ "ວັດຈະນານຸກົມ​ພາສາ​ຈີນ​ທົ່ວ​ໂລກ"​ເປັນ​ຄັ້ງ​ທຳ​ອິດ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 26 ສິງຫາ​ນີ້​ໂດຍ​ສຳນັກ​ພິມ​ດັ່ງກ່າວ​ໄດ້​ມອບ​ສິດ​ໃຫ້​ກຸ່ມ​ບໍລິສັດMarshall Cavendish Educationສິງ​ກະ​ໂປ​ພິມ​ຈຳໜ່າຍ​ວັດຈະນານຸກົມ​ດັ່ງກ່າວ​​ເປັນ​ສະບັບ​ພາສາ​ຈີນ​ແບບ​ງ່າຍ​ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອັງກິດ,ອາ​ເມ​ລິ​ກາ​ແລະ​ແຫ່ງ​ອື່ນໆ.

ວັດຈະນານຸກົມ​ດັ່ງກ່າວ​ໄດ້​​ເຕົ້າ​ໂຮມ​ຊ່ຽວຊານ​ຫຼາຍ​ຂົງ​ເຂດ​ເຊັ່ນ​ວິທະຍາ​ໄວຍາກອນ, ວິທະຍາ​ຄຳ​ສັບ​ແລະ​ວິທະຍາ​ວັດຈະນານຸກົມ​ລວມທັງອາ​ໄສ​ໜ່ວຍ​ຮຽບຮຽງ 10 ກວ່າ​ໜ່ວຍຮ່ວມ​ເປັນ​ທີ​ມງານ​​ເກືອບ 100 ຄົນ​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ​​ໂດຍໃຊ້​ເວລາ 6 ປີ​ຈິ່ງ​ຮຽບຮຽງສຳ​ເລັດ ​ເຊິ່ງ​ໄດ້ລະບຸ​ຄຳ​ສັບ​ທົ່ວ​ໄປ​ແລະ​ສັບ​ພິ​ເສດ​ຂອງ​ພາສາ​ຈີນ 88000 ກວ່າ​ຂໍ້​ເຊິ່ງປົກ​ຄຸມ​ແຜ່ນດິນ​ໃຫຍ່​ຈີນ, ຮົງ​ກົງ​,ມາ​ກາວ​ຈີນ, ​ໄຕ້​ຫວັນ​ຈີນ, ສິງກະ​ໂປ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ,​ໄທ, ລາວ, ກຳປູ​​ເຈຍ, ມຽນມາ, ອິນ​​ເດຍ, ຍີ່ປຸ່ນ, ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເອີຣົບ​ແລະ​ອາ​ເມ​ລິ​ກາ​ເໜືອ. ນອກ​ນີ້​ຍັງ​ໄດ້ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄຳ​ສັບ​ສຳນວນ​ພາສາ​ຈີນ​ທີ່​ຫຼາຍ​ສີສັນ​ແລະອຸດົມສົມບູນ ທັງ​ໄດ້​ພັນ​ລະນາ​ເຖິງ​ການ​ນຳ​ໃຊ້​ພາສາ​ຈີນ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ