ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ສິງກະ​ໂປ​ພົບ​ປະ​ກັບ​ຜູ້​ປະສານ​ງານ​ວຽກ​ງານG20ຂອງ​ສິງກະ​ໂປ
2016-08-29 17:54:00  cri 

ເມື່ອ​ມໍ່ໆ​ນີ້, ທ່ານ​ເສິນ​ສ້ຽວ​ຕຸ່ງ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ສິງກະ​ໂປ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ຕັນ​ຊິ້ງຢີ ​ເລຂາທິການ​ປະຈຳກະຊວງ​ການ​ເງິນ​ແລະ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີ​ສິງກະ​ໂປ ທັງ​ເປັນ​ຜູ້​ປະສານ​ງານG20ຂອງ​ສິງ​ກະ​ໂປ​ໂດຍ​ສອງ​ຝ່າຍ​ໄດ້​ແລກປ່ຽນຄວາ​ມຄິດ​ເຫັນ​ກ່ຽວ​ກັບ​ວຽກ​ງານ​ກະກຽມຂອງກອງ​ປະຊຸມ​ສຸດ​ຍອດ G20 ທີ່​ຈະ​ໄຂ​ຂຶ້ນຢູ່​ເມືອງ​ຫັງ​ໂຈ່​ວ ສປ ຈີນ​ໃນ​ໄວໆ​ນີ້.

ທ່ານ​ເອກ​ອັກຄະ​ລັດຖະທູດ​ເສິນ​ສ້ຽວ​ຕຸ່ງກ່າວ​ວ່າ: ຈີນ​ຫວັງ​ຢ່າງຍິ່ງວ່າ:ທ່ານ​ລີ​ຊຽນລົງ ນາຍົກລັດຖະມົນຕີສິງກະ​ໂປຈະ​ນຳພາ​ຄະນະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວ ທັງ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ສິງກະ​ໂປ​ເພື່ອ​ຮັບປະກັນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດປະສົບ​ຜົນສຳ​ເລັດ​ອັນ​ຈົບງາມ.

ທ່ານ​ນາງ​ຕັນຊິ້ງຢີສະ​ແດງ​ຄວາມ​ຂອບ​ໃຈ​ຈີນ​ທີ່​ໄດ້​ເຊີນ​ສິງກະ​ໂປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20​ຫັງ​ໂຈ່​ວ​ໃນ​ຖານະ​ເປັນ​ປະ​ເທດ​ແຂກ​ຜູ້​ມີ​ກຽດທັງຢືນຢັນ​ວ່າ​ວຽກ​ງານຕ່າງໆ​ໃນ​ການ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວມີ​ຄວາມລະ​ອຽດຮອບ​ຄອບ​ແລະ​ມີ​ປະສິດທິພາບ​ສູງ ​ເຊິ່ງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ສິງກະ​ໂປ. ສິງກະ​ໂປ​ຍິນ​ດີ​ຮັກສາ​ການ​ພົວພັນ​ປະສານ​ງານ​ກັບ​ຈີນ​​ໃນ​ດ້ານ​ນີ້​​ແລະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ສະໜັບສະໜູນ​ຈີນ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ່​ວ​ໃຫ້​ປະສົບ​ຜົນສຳ​ເລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ