ບໍລິສັດ​ຮວາ​​ເຫວີຍ​ຈີນ​ມອບຄອມ​ພິວ​ເຕີໂນ໊ດບຸກmatebook 50 ໜ່ວຍ​ໃຫ້​ລັດຖະບານ​ລາວ​ເພື່ອຮັບ​ໃຊ້ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ
2016-08-30 16:28:12  cri 

ຕອນ​ບ່າຍ​ວັນ​ທີ 29 ສິງຫາ​ນີ້, ບໍລິສັດ​ຮວາ​ເຫວີຍ​ຈີນ​ປະຈຳ​ລາວ​ໄດ້​ມອບ​ຄອມ​ພິວ​ເຕີ​ໂນ໊ດ​ບຸກ ​Huawei matebook 50 ໜ່ວຍ​ໃຫ້ຫ້ອງ​ວ່າການ​ລັດຖະບານ​ລາວ​ເພື່ອ​ນຳ​ໃຊ້​ໃນ​ວຽກ​ງານ​ຂອງກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນທີ່​ຈະ​ໄຂ​ຂຶ້ນ​ຢູ່​ລາວ​ໃນ​ໄວໆ​ນີ້. ​ເນື່ອງ​ຈາກ​ຄອມ​ພິວ​ເຕີ​ໂນ໊ດບຸກດັ່ງກ່າວ​ມີ​ຄວາມ​ສະດວກ​ໃນ​ການ​ຖື​ຕິດ​ຕົວ​ແລະ​ມີ​ປະສິດທິ ພາບ​ສູງ​ໃນ​ການ​ນຳ​ໃຊ້​ຕົວ​ຈິງຈະ​ສາມາດ​ຊ່ວຍ​ຍົກ​ລະດັບ​ແລະ​ປະສິດທິພາບ​ການ​ເຮັດ​ວຽກ​ຂອງ​ພະນັກງານ​ໃນ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ.

ທ່ານດຣ​.​ເພັດ​ພົມ​ພິພັກ ຫົວໜ້າ​ຫ້ອງ​ວ່າການສຳນັກງານ​ນາຍົກລັດຖະມົນຕີ​ໄດ້​ຕາງໜ້າລັດຖະບານ​ລາວ​ກ່າວ​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ດັ່ງກ່າວ​ພ້ອມ​ທັງສະ​ແດງ​ຄວາມຂອບ​ໃຈ​ບໍລິສັດ​ຮວາ​ເຫວີຍ​ທີ່​ໄດ້​ສະໜັບສະໜູນ​ແລະ​ປະກອບສ່ວນ​​ໃຫ້ແກ່​ວຽກ​ງານ​ຈັດ​ກອງ​ປະຊຸມ​ສຸດຍອດ​ອາ​ຊຽນ. ລັດຖະບານ​ລາວ​​ໃຫ້​ຄວາມ​ສຳຄັນ​ທີ່​ສຸດ​ຕໍ່​ການ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ໂດຍ​ບໍລິສັດ​ຮວາ​ເຫວີຍ​ບໍ່​ພຽງ​ແຕ່​ໄດ້​ປະກອບ​ສ່ວນຢ່າງ​ຕັ້ງໜ້າ​ເພື່ອ​ວຽກ​ງານ​ສື່ສານ​​ໂທ​ລະ​ຄົມ​ຂອງ​ລາວ​ເທົ່າ​ນັ້ນ​ແຕ່​ຍັງ​ຕັ້ງໜ້າ​ມີ​ສ່ວນ​ຮ່ວມ​ໃນ​ກິດຈະກຳ​ເພື່ອ​ສາທາລະນະ​ປະ​ໂຫຍ​ດ​ແລະ​ຄືນ​ກຳ​ໄລ​ໃຫ້​​ແກ່​ລູກ​ຄ້າ. ລັດຖະບານ​ລາວ​ຊົມ​ເຊີຍ​ບໍລິສັດ​ຮວາ​ເຫວີຍ​ທີ່​ໄດ້​ລົງທຶນ​ທັງ​ຢືນຢັນຕໍ່​ການ​ປະກອບສ່ວນຢ່າງ​ສູງ​ສົ່ງ​ໃຫ້​ແກ່​ລາວ.ຄອມ​ພິວ​ເຕີ​ໂນ໊ດ​ບຸກທີ່​ທັນ​ສະ​ໄໝ​ຂອງ​ຮວາ​ເຫວີຍ​ນີ້​ຈະ​ເປັນ​ປະ​ໂຫຍ​ດຢ່າງ​ຍິ່ງ​​ໃນການ​ຊ່ວຍ​ພະນັກງານ​ທີ່​ເຮັດ​ວຽກ​ກະກຽມ​ແລະ​ຕ້ອນຮັບ​ແຂກ​ທີ່​ມາ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນນັ້ນ​ສາມາດ​ຍົກ​ປະສິດທິພາບ​ໃນ​ການ​ເຮັດ​ວຽກ.

ທ່ານ​ວາງ​ສີ​ຮຸຍ ທີ່ປຶກ​ສາ​​ເສດຖະກິດ​ກາ​ນຄ້າສະ​ຖານ​ທູດ​ຈີນ​ປະຈຳ​ລາວ, ທ່ານ​ຈ່າງຕຸ່ງຢາ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຮວາ​ເຫວີຍ​ປະຈຳລາວ​ແລະ​​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ໄດ້​ເ​ຂົ້າຮ່ວມ​ພິທີ​ດັ່ງກ່າວ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ