ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ພົບ​ປະ​ກັບ​ລັດຖະມົນຕີ​ປ້ອງກັນ​ປະ​ເທດ​ຫວຽດນາມ
2016-08-30 16:45:53  cri 
ວັນ​ທີ 29 ສິງຫາ​ນີ້​ຢູ່​ຕຶກ​ປ່າ​ຢີ່ ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ຟານ​ສາງ​ລົງ ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​​​​ໂງ​ຊວນ​ລິກ ​ຮອງ​ເລຂາທິການ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ.

ທ່ານ​ຟານ​ສາງ​ລົງກ່າວ​ວ່າ: ສອງ​ປະ​ເທດ​ຈີນ-ຫວຽດນາມ​ມີ​ພູຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ, ວັດ​ທະນະ​ທຳ​ຄ້າຍຄື​ກັນ​ແລະ​ມີ​ຜົນ​ປະ​ໂຫຍ​ດຮ່ວມກັນ. ຈີນ​ຍິນ​ດີ​ພະຍາຍາມ​ຮ່ວມ​ກັບ​ຫວຽດນາມ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຕາມ​ຄວາມ​​ເປັນ​ເອກະ​ພາບ​ກັນ​ທີ່​ເລຂາທິການ​ໃຫຍ່​ພັກ​ສອງ​ປະ​ເທດໄດ້​ຕົກລົງ​ຮ່ວມ​ກັນ​ຢ່າງ​ເດັດດ່ຽວ ​ແລະ​​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ​-ຫວຽດນາມ​ໃຫ້​ໄດ້​ຮັບການ​ພັດທະນ​າ​ໃໝ່​ຢ່າງ​ບໍ່​ຢຸດຢັ້ງ. ຂະນະ​ດຽວ​ກັນ​ກໍ​ຍິນ​ດີ​ຮ່ວມ​ກັບ​ຫວຽດນາມ​ເພີ່ມ​ທະວີ​ການສ້າງ​ຄວາມ​ເຂົ້າ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ​ຕື່ມ​ອີກ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ,ປະຕິບັດ​ຕໍ່​ແລະ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຢ່າງ​ເໝາະ​ສົມ, ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດຢັ້ງ.

ທ່ານ​ໂງ​ຊວນ​ລິກກ່າວ​ວ່າ: ຫວຽດນາມ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ​ຂອງ​ສອງ​ປະ​ເທດ​ແລະ​ຮັດ​ແໜ້ນມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ຂອງ​ສອງ​ຝ່າຍ ​ແລະ​ການ​ທີ່​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ​ຂອງ​ພາກ​ພື້ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ປະ​ເທດ. ສອງ​ກອງທັບ​ມີ​ມິດຕະພາບ​ທີ່​​ເປັນມູນ​ເຊື້ອ​ອັນ​ເລິກ​ເຊິ່ງ, ​ໃນ​ຕໍ່ໜ້າ, ຄວນ​ສືບ​ຕໍ່​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ໃຫ້​ເໝາະ​ສົມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ຊຸກຍູ້​ການ​ພົວພັນ​ລະ​ຫວ່າງ​ສອງ​ພັກ-ລັດ​ໃຫ້​ພັ​ດທະນາ​ຢ່າງ​ປອດ​ໃສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ