ສະຫະພາບ​ເອີຣົບຫວັງ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ G 20 ຫັງ​ໂຈ່​ວກາຍ​ເປັນຂີດ​ໝາຍ​ປະຫວັດສາດ​ໃນ​ການ​ເພີ່ມ​ທະວີການ​ຟື້ນ​ຕົວ​ຂອງ​ເສດຖະກິດ​ໂລກ
2016-08-31 11:36:46  cri 
ວັນ​ທີ 30 ສິງຫາ​ນີ້, ທ່ານ ​ໂດ​ນັດ ຕຸ​ສ໌ກ໌ ປະທານ​ຄະ​ນະ​ມົນຕີ​ເອີຣົບ ​ແລະ ທ່ານ ​ເຈັນ​ ຄລາວ​ດ໌ ຈຸນ​ເກີ ປະທານ​ຄະນະ​ກຳມາທິການ​ສະຫະພາບ​ເອີຣົບ​ໄດ້ຮ່ວມ​ກັນ​ລົງ​ນາມ​ແລະ​ສົ່ງ​ຈົດໝາຍ​ເຖິງຜູ້ນຳ​ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີຣົບ ​ທັງກ່າວ​ວ່າ​ມີ​ຄວາມ​ຫວັງ​ໃນ​ການປຶກສາ​ຫາລື​ກັບ​ຄູ່​ຮ່ວມ​ມື​ຂອງ​ກຸ່ມ G 20 ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຫັງ​ໂຈ່​ວຕໍ່​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍທີ່​ສຳຄັນ​ແລ​ະ​ໃຫຍ່​ຫຼວງຂອງ​ທົ່ວ​ປະ​ເທດ ​ເພື່ອ​ໃຫ້ກອງ​ປະຊຸມ​ສຸດ​ຍອດ​ກາຍ​ເປັນ​ຂີດ​ໝາຍ​ປະຫວັດສາດ​ທີ່​ສຳຄັນໃນ​ການ​ເພີ່ມ​ທະວີການ​ຟື້ນ​ຕົວຂອງ​ເສດຖະກິດ​ໂລກ.

ທ່ານ ​ຕຸ​ສ໌ກ໌ ​ແລະ​ ທ່ານ ຈຸນ​ເກີ ລະບຸໃນ​ຈົດໝາຍ​ວ່າ: ​ໃນ​ກອງ​ປະຊຸມ, ສະຫະພາບ​ເອີຣົບຈະຮຽກຮ້ອງ​ໃຫ້​ກຸ່ມ G 20 ສືບ​ຕໍ່​ສະໜັບສະໜູນ​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ໂລກ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ຊາວ​ອົບ​ພະຍົບ ພ້ອມ​ທັງ​ຊຸກຍູ້​ກອງ​ປະຊຸມ​ລະດັບ​ສູງຂອງ​ສະຫະ​ປະຊາ​ຊາດ​ເພື່ອ​ຮັບ​ມື​ກັບ​ບັນຫາ​​ຊາວ​ອົບ​ພະຍົບ​ແລະ​ຜູ້ຍົກຍ້າຍເຄື່ອນທີ່​ຂະໜາດ​ໃຫຍ່ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ກັນຍາ​ປີ​ນີ້​ໃຫ້​ໄດ້​ຮັບ​ໝາກຜົນ ທັງຮຽກຮ້ອງ​ໃຫ້​ເລັ່ງລັດ​ວາງ​ແຜນການ​ເຄື່ອນ​ໄຫວ​ຫັງ​ໂຈ່​ວ,ວາງ​ແຜນການຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ ທັງຮຽກຮ້ອງ​ໃຫ້​ປະ​ເທດ​ແລະ​ເຂດ​ແຄວ້ນ​ທັງ​ໝົດ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ຮ່ວມ​ມື​ແລະ​ການພັດທະນາ​​ເສດຖະກິດ​ໃນ​ການປາບ​ປາມ​ການ​ລັກລອບ​ໜີພາສີ​ແລະການ​ຫຼີກ​ເວັ້ນພາສີ,ຊຸກຍູ້​ພາສີ​ອາກອນ​ສາກົນ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ​ແລະ​ສະກັດ​ກັ້ນ​ການ​ລະດົມ​ທຶນ​ແບບລັດທິ​ກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ