ຝຣັ່ງຢືນຢັນ: ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ຈະ​​ຢັ້ງຢືນ​ອີກ​ຄັ້ງ​ໃໝ່​ສາຍພົວພັນ​ລະຫວ່າງ​ຝຣັ່ງ-ຈີນ​ມີ​ຄວາມ​ໃກ້ຊິດ
2016-08-31 16:42:10  cri 
ວັນ​ທີ 30 ສິງຫາ​ນີ້, ທ່ານ ຝຣັ່ງຊົວ ​ອໍ​ລອງ ປະທານາທິບໍດີ​ຝຣັ່ງກ່າວ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ກຸ່ມ 20 ປະ​ເທດ​ຫຼື G20 ຄັ້ງ​ທີ 11 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວ​​ແຂວງ​ເຈີ້​ຈ່ຽງຈີນ​ໄດ້​ຢັ້ງຢືນ​ອີກ​ຄັ້ງ​ໃໝ່​ສາຍ​ພົວພັນ​ລະຫວ່າງ​ຝຣັ່ງ-ຈີນ​ມີ​ຄວາມ​ໃກ້ຊິດ.

ໃນ​ມື້​ດັ່ງກ່າວ, ທ່ານ ຝຣັ່ງຊົວ ອໍ​ລອງ ກ່າວ​ຕໍ່​ຜູ້ຕາງໜ້າ​ຄະນະ​ທູຕານຸທູດ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ປະຈຳ​ຝຣັ່ງ​​ວ່າ: ​ໃນ​ຊຸມ​ປີຜ່ານມາ, ຝຣັ່ງ​ແລະ​ຈີນ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ຢ່າງຮອບດ້ານ ​ໂດຍ​ສະ​ເພາະ​​ໄດ້​ເພີ່ມພະລັງ​ແຮງຢ່າງ​ຫຼວງ​ຫຼາຍ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ພະລັງງານ​ນິວ​ເຄລຍທີ່​ໃຊ້​ໃນ​ທາງ​ພົນລະ​ເຮືອນ, ພື້ນຖານ​ໂຄງ​ລ່າງ, ການ​ພັດທະນາ​ຕົວ​ເມືອງ​ກໍ​ຄື​ການ​ເຕີບ​ໂຕ​ແບບ​ສີຂຽວ​ເປັນ​ຕົ້ນ.

ທ່ານ ອໍ​ລອງ ກ່າວ​ເນັ້ນ​ວ່າ: ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ກໍ​ແມ່ນ​ສິ່ງສຳຄັນ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວພັນທີ່​ມີ​ຄວາມ​ໃກ້ຊິດ​ລະຫວ່າງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ