ຂີ່​ເຮືອ​ທ່ຽວ​ຄອງ​ນ້ຳ​ປັກ​ກິ່ງ-​ຮາງ​ໂຈ່​ວ (ວິດີໂອ)
2016-08-31 16:45:59  cri 

 

ຄອງ​ນ້ຳ​ປັກ​ກິ່ງ-​ຮາງ​ໂຈ່​ວ ​ແມ່ນ​ຄອງ​ນ້ຳ​ໃນສະ​ໄໝ​ບູຮານ​ທີ່​ມີ​ໄລຍະ​ຍາວ​ທີ່​ສຸດ​ໃນ​ໂລກ ​ແລະ​ກໍ​ແມ່ນ​ຄອງ​ນ້ຳ​ສາຍ​ໜຶ່ງ​ທີ່​ເກົ່າ​​ແກ່​ທີ່​ສຸດ ​ເຊິ່ງທິດ​ເໜືອ​ເລີ່​ມ​ແຕ່​ນະຄອນຫຼວງປັກ​ກິ່ງ ​ແລະ​ທິດ​ໃຕ້​ຮອດ​ເມືອງຮາງ​ໂຈ່​ວ ຍາວ 1.797 ກິ​ໂລ​ແມັດ.

ຄອງ​ນ້ຳ​ສາຍ​ນີ້​ມີ​ປະຫວັດສາດ 2500 ກວ່າ​ປີ​ແລ້ວ ​ເຊິ່ງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​​ໃຫຍ່ຫຼວງຕໍ່​ການ​ພັດທະນາ​, ​ແລກປ່ຽນ​ເສດຖະກິດ​ແລະ​ວັດທະນະທຳ​ລະຫວ່າງ​ພາກ​ເໜືອ​ກັບ​ພາກ​ໃຕ້​ຈີນ, ​ໂດຍ​ສະ​ເພາະ​ຕໍ່​ການ​ພັດທະນາ​ອຸດສາຫະກຳ​ແລະ​ກະສິກຳ​ຂອງ​ເຂດ​ທີ່ຢູ່​ອາ​ໄສສອງ​ຝັ່ງ. ດ້ວຍ​ຈຸດ​ເດັ່ນ​ດັ່ງກ່າວ ​ໃນວັນ​ທີ 22 ມິຖຸນາ 2014, ກອງ​ປະຊຸມ​ມໍລະດົກ​ໂລກ​ຄັ້ງທີ 38 ກໍ​ໄດ້ປະກາດຮັບຮອງ​ເອົາຄອງ​ນ້ຳ​ປັກ​ກິ່ງ-​ຮາງ​ໂຈ່​ວຂອງ​ຈີນ ​ເຂົ້າ​ເປັນ​ມໍລະດົກ​ວັດທະນະທຳ​ໂລກ ​ເຊິ່ງ​ເປັນ​ມໍລະດົກ​ໂລກ​ແຫ່ງ​ທີ 46 ຂອງ​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ