ປະທານາທິບໍດີຣັດ​ເຊຍ​ຈະ​ພົບ​ປະ​ກັບ​ການ​ນຳຫຼາຍ​ປະ​ເທດໃນ​ໄລຍະ​​ກອງ​ປະຊຸມສຸດ​ຍອດ G20
2016-08-31 11:12:29  cri 
  ວັນ​ທີ 30 ສິງຫາ​ນີ້ຢູ່​ນະຄອນ​ຫຼວງມົສກູ​ປະ​ເທດຣັດ​ເຊຍ, ທ່ານ ​ດິມິ​ຕຣິ ​ເປສ​ໂກ​ຟ ​ເລຂາທິການ​ຖະ​ແຫຼ​ງຂ່າວ​ຂອງ​ປະທານາທິບໍດີຣັດ​ເຊຍ​ໄດ້​ກ່າວ​ວ່າ, ທ່ານ ວຼາດີເມຍ ປູຕິນ ປະທານາທິບໍດີຣັດ​ເຊຍຈະ​ພົບ​ປະ​ກັບ​ການ​ນຳ​ຂອງ​ກຸ່ມ 20 ປະ​ເທດ ຫຼື G20 ລວມທັງ​ທ່ານ ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ໄລຍະກອງ​ປະຊຸມສຸດ​ຍອດ G20 ຄັ້ງ​ທີ 11.

  ທ່ານ ເປສ​ໂກ​ຟ ກ່າວ​ວ່າ: ​ແນວ​ໃດ​ກໍ​ດີ, ​ເຖິງ​ວ່າປະທາ​ນາ​ທິບໍດີຣັດ​ເຊຍ-ອາ​ເມ​ລິ​ກາ​​ຈະ​ພົບ​ປະກັນ​ໃນ​ກອງ​ປະຊຸມ​ດັ່ງກ່າວ, ​ແຕ່​ຈະ​ພົບ​ປະ​ສອງ​ຝ່າຍ​ຫຼື​ບໍ່​ຂຶ້ນ​ກັບ​ການ​ນຳ​ສອງ​ປະ​ເທດ​​ເທົ່າ​ນັ້ນ.

  ນອກ​ນີ້, ທ່ານ ຢຸຣີ ອຸ​ຊາ​ໂກ​ຟ ຜູ້​ຊ່ວຍ​ປະທາ​ນາ​ບໍດີຣັດ​ເຊຍ​ເປີດ​ເຜີຍ​ໃນ​ມື້​ດຽວ​ກັນ​ວ່າ: ​ໃນ​ໄລຍະ​ຈັດ​ກອງ​ປະຊຸມ​ດັ່ງກ່າວ, ​ທ່ານ ປູຕິນ ຍັງ​ຈະ​ພົບ​ປະ​ກັບ​ທ່ານ ຟຣັງຊົວ ໂອລອງ ປະທານາທິບໍດີຝຣັ່ງ, ທ່ານນາງ ອັນ​ເຈີ​ລາ ​ເມີ​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ​ແລະ​ທ່ານ ​ເຣ​ເຢບທາຍ​ຢິບ ​​ແອ​ໂດ​ກັນ ປະທາ​ນາທິ​ບໍດີ​ຕວກກີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ