ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ນາຍົກ​ກາ​ນາ​ດາ
2016-09-01 16:29:17  cri 
ວັນ​ທີ 31 ສິງຫາ​ຜ່ານ​ມານີ້​ຢູ່​ຫໍ​ຮັບ​ແຂກ​ຕ້ຽວ​ຢີຖາ​ຍ​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ຈັສຕິນ ຕຣຸ​ໂດ, ນາຍົກລັດຖະມົນຕີການາດາ.

ທ່ານ​ສີ​ຈິ້ນ​ຜີ​ງຍິນ​ດີ​ຕ້ອນຮັບ​ທ່ານ​ຕຣຸ​ໂດ​ມາ​ຢ້ຽມຢາມ​ຈີ​ນຢ່າງ​ເປັນ​ທາງ​ການ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ G20 ​ເມືອງ​ຫາງ​ໂຈ. ທ່ານ​ຊີ້​ອອກ​ວ່າ, ຈີນ​ແລະ​ກາ​ນາ​ດາ​ມີ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ອັນ​ໜາ​ແໜ້ນ. ພາຍຫຼັງ​ສອງ​ປະ​ເທດ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ມາ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍ​ໄປ​ຂ້າງ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ຍິນ​ດີ​ຮ່ວມ​ກັບ​ກາ​ນາ​ດາ​ຍຶດໝັ້ນ​ຫຼັກ​ໝັ້ນ​ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ​ແລະ​ການ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພະຍາຍາມ​ສ້າງ​ສະພາບ​ການ​ໃໝ່​ແຫ່ງ​ການ​ພັດທະນາ​ສາຍ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ, ​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ຕຣຸດ​ໂດ​ກ່າວ​ວ່າ, ກາ​ນາ​ດາ​ຕີ​ລາຄາ​ໃນ​ລະດັບສູງ​ຕໍ່​ຜົນງານ​ພັດທະນາ​ຢ່າງ​ໃຫຍ່​ຫຼວງ​ທີ່​ຈີນ​ໄດ້​ຮັບ​ໃນ​ຫຼາຍ​ສິບ​ປີ​ມາ​ນີ້, ​ແລະ​ຮູ້ສຶກ​ດີ​ໃຈ​ຫຼາຍ​ຕໍ່​ກາ​ນາ​ດາ​ແລະ​ຈີນ​ພັດທະນາ​ການ​ຮ່ວມ​ມືຢ່າງ​ວ່ອງ​ໄວ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ວັດທະນະທຳ​ແລະ​ອື່ນໆ. ສອງ​ຝ່າຍ​ສຸມ​ກຳລັງ​ເພື່ອ​ລົ​ງ​ເລິກ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ການ​ລົງທຶນ​ແລະ​ການ​ປະຕິບັດ​ກົດໝາຍ. ກາ​ນາ​ດາ​ເຫັນ​ດີ​ນຳ​ຫົວ​ຂໍ້​ການ​ສຸມ​ໃສ່​ການ​ປະຕິ​ສ້າງ​ໃໝ່​ແລະ​ການ​ເຕີບ​ໂຕ​ແບບ​ກວມ​ລວມຂອງ​ກອງ​ປະຊຸມ​ສຸດ​ຍອດ​ G20 ຫາງ​ໂຈ, ສະໜັບສະໜູນ​ຈີນ​ຈັດ​ກອງ​ປະຊຸມ​ສຸດ​ຍອດ G20 ຫາງ​ໂຈ​​ໃຫ້ໄດ້​ຮັບ​ຜົນສຳ​ເລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ