ທ່ານ​ສີ​ຈິ້ນ​ຜີ​ງພົບ​ປະ​ກັບ​ທ່ານ​ບຸນ​ຍັງ ວໍລະ​ຈິດ
2016-09-03 10:10:20  cri 
ວັນ​ທີ2ກັນຍາ​ນີ້​ຢູ່​ເມືອງ​ຫັງ​​ໂຈ່​ວ,​ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ບຸນ​ຍັງ ວໍລະ​ຈິດ,​ປະທານ​ປະ​ເທດ​ລາວ​ໂອກາດ​ເດີນທາງ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດG20​ທີ່​ເມືອງ​ຫັງ​ໂຈ່​ວ.


ທ່ານສີ​ຈິ້ນ​ຜີ​ງຊີ້​ອອກ​ວ່າ, ຈີນ​ແລະ​ລາວ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,​​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່ີດີ,​​ແລະ​ຄູ່​ຮ່ວມ​ທີ່​ດີ. ​ນັບແຕ່​ຈີນ​ແລະ​ລາວ​ສ້າງຕັ້ງສາ​ຍ ພົວພັນ​ທາງ​ການ​ທູດ​ເປັນ​ເວລາ55ປີຜ່ານມາ, ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ໄດ້ນັບ​ມື້​ນັບ​ເຂົ້າ​ສູ່​ຈິດ​ໃຈ​ສ່ວນ​ເລິກຂອງ​ປະຊາຊົນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ດຳ​ເນີນ​ເຂົ້າ​ສູ່​ລວງ​ເລິກ​ຢ່າງຮອບດ້ານ, ​ແລະ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​ໃຫ້​ປະຊາຊົນສອງ​ຊາດ. ​ໃນ​ເດືອນ​ພຶດສະພາ​ປີ​ນີ້​ທ່ານມາ​ຢ້ຽມຢາມ​ຈີນ, ພວກ​ຂ້າພະ​ເຈົ້າ​ໄດ້​ບັນລຸ​ຄວາມ​​ເຫັນ​ເປັນ​ເອກະ​ພາບ​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ລົງ​ເລິກການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-​ລາວ​ໃນ​ໄລຍະ​ໃໝ່. ຈີນຍິນດີຮ່ວມກັບລາວ, ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດ​ທະ​ສາດ​ຮອບດ້ານ​ຈີນ-​ລາວ​​ໃຫ້​ພັດທະນາກ້າວ​ໜ້າ​ເລື້ອຍໆ, ທັງຮ່ວມ​ມື​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ​ລາວ​ທີ່​ໜັກ​ແໜ້ນ​ແບບ​ບໍ່​ມີ​ສິ່ງ​ໃດ​ຈະທຳລາຍ​​ໄດ້.

ທ່ານ​ສີ​ຈິ້ນ​ຜີ​ງ​ເນັ້ນ​ວ່າ, ພວກ​ຂ້າພະ​ເຈົ້າ​ຄວນ​ເພີ່ມ​ທະວີ​ການ​ໄປມາຫາສູ່ຢ້ຽມຢາມ​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ໃຫ້​ໃກ້ຊິດ​ກວ່າ​ເກົ່າ, ລົ​ງ​ເລິກ​ການ​ແລກປ່ຽນ​ດ້ານ​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ດ້ານ​ການ​ກໍ່ສ້າງ​ພັກ​ແລະ​ຄຸ້ມຄອງ​ລັດ. ຕ້ອງ​ເຊື່ອມຕໍ່​ຍຸດ​ທະ​ສາດ​ການ​ພັດທະນາ,ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຮ່ວມ​ກັນ​ຊຸກຍູ້​ການ​ກໍ່ສ້າງ"ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ແລະ​ການ​ຮ່ວມ​ມື​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ການ​ຜະລິດ, ​​ເພີ່ມ​ທະວີການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ,ການ​ພັດທະນາພະລັງງານ, ​​ເຂດ​ຮ່ວມ​ມື​ເສດຖະກິດ,​​ແລະ​ອື່ນໆ, ​ເປີດ​ກວ້າງ​ຜົນ​ປະ​ໂຫຍ​ດຮ່ວມ. ​ສືບ​ຕໍ່​ຈັດ​ກິດຈະກຳ​ສະ​ເຫຼີ​ມສະຫຼອງ​ວັນ​ຄົບຮອບ55ປີຂອງ​ການ​ສ້າງຕັ້ງສາຍພົວພັນ​ທາງ​ການ​ທູດລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການ​ປະຕິບັດ​ກົດໝາຍ​​ແລະຄວາມ​ປອດ​ໄພ​ແລະ​ອື່ນໆ. ​ແນວ​ໃດ​ກໍ​ດີປະ​ເທດ​ລາວ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດG20​ຫັງ​ໂຈ່​ວ​ໃນຖານ​ະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ອາ​ຊຽນນັ້ນ​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ.​ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ລວມທັງລາວ, ຊຸກຍູ້​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ໄດ້​ຮັບຜົນຕາມ​ຄາດໝາຍ.


ທ່ານ​ບຸນ​ຍັງ ວໍລະ​ຈິດ​ກ່າວ​ວ່າ, ຂອບ​ໃຈ​ນຳຈີນ​ທີ່​ເຊີນປະ​ເທດ​ລາວ​ເຂົ້າ​ຮ່ວມ​ກອງ​ປ​ະຊຸມສຸດ​ຍອດG20, ​ແລະ​ຕີ​ລາຄາ​ສູງ​ຕໍ່ຈີນທີ່​ຖື​ການ​ພັດທະນາ​ເປັນ​ຫົວ​ຂໍ້ສຳຄັນ, ທັງ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ໃຫ້​ກອງ​ປະຊຸມ​ປະສົບ​ຜົນສຳ​ເລັດ. ປັດຈຸບັນ​ນີ້, ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລາວ-​ຈີນ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ, ການ​ຢ້ຽມຢາມ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ມີ​ຂຶ້ນ​ເລື້ອຍໆ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດອັນ​ແທ້ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ. ລາວ​ສືບ​ຕໍ່​ສະໜັບສະໜູນ​ ​ຈີນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ວຽກ​ງານ​ສາກົນ​ກໍ​ຄື​ພາກ​ພື້ນ, ​ແລະ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ປະສານ​ງານ​ກັບ​ຈີນ​ຢ່າງ​ໃກ້ຊິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ