ທ່ານ​ສີ​ຈິ້ນ​ຜີ​ງສະ​ເໜີ​ນະ​ໂຍບາຍ​ຂອງ​ຈີນ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ສຸດ​ຍອດB20
2016-09-03 20:04:39  cri 

ຕອນ​ບ່າຍ​ວັນ​ທີ3ກັນຍາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອຸດສາຫະກຳ​ການ​ຄ້າ​ກຸ່ມ20ປະ​ເທດ ຫຼື B20​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກຄື້ນ​ຢູ່​ເມືອງ​ຫັງ​ໂຈ່​ວ​ແຂວງ​​ເຈີ້​ຈ່ຽງສປຈີນ. ພາຍ​ໃຕ້​ເບື້ອງ​ຫຼັງ​​ໃຫຍ່ທີ່​ເສດຖະກິດ​ໂລກ​ຟື້ນ​ຕົວຢ່າງ​ຊັກ​ຊ້າ​ນັ້ນ, ທ່າ​ອ່ຽງພັດທະນາ​ຂອງ​ເສດຖະກິດ​ຈີນ​ໄດ້​ຮັບ​ຄວາມ​ສົ​ນ​ໃຈ​ຫຼາຍ.​​ໃນ​ພິທີ​ເປີດ​ປະຊຸມ, ທ່ານ​ສີ​ຈິ້ນ​ຜີ​ງ​ໄດ້​ກ່າວປາ​ໄສ, ​ເພື່ອ​ຕອບ​ສະໜອງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ໂລກ​ທີ່​ມີ​ຕໍ່​ປະ​ເທດ​ຈີນ.

ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ,​ປະ​ເທດ​ຈີນ​ໃນ​ມື້​ນີ້,​​ໄດ້​ຢືນຢູ່​​ຈຸດ​ເລີ່​ມຕົ້ນ​ໃໝ່​ທາງປະຫວັດສາດ, ​ເຊິ່ງຈຸດ​ເລີ່ມຕົ້ນ​ໃໝ່ນີ້​ກໍ​ຄື​ຈຸດ​ເລີ່​ມຕົ້ນ​ໃໝ່​ຂອງ​ຈີນ​ທີ່ລົງ​ເລິກ​ການ​ປະຕິ​ຮູບ​ຢ່າງຮອບດ້ານ,​ ​ເພີ່ມ​ພະລັງ​ແຮງ​ໃໝ່​ເພື່ອ​ຊຸກຍູ້​ການພັດທະນາ​ເສດຖະກິດ​ສັງຄົມ, ກໍ​ຄື​ຈຸດ​ເລີ່​ມຕົ້ນ​ໃໝ່​ທີ່​ຈີນ​ທຽບ​ທັນ​ກັບ​ສະພາວະ​ປົກກະຕິ​ອັນໃໝ່​ໃນການ​ພັດທະນາ​ເສດຖະກິດ​ແລະ​ຫັນປ່ຽນ​ຮູບ​​ແບບການ​ພັດທະນາ​ເສດຖະກິດ, ​ແລະ​ກໍ​ຄື​ຈຸດ​ເລີ່​ມຕົ້ນ​ໃໝ່​ທີ່​ຈີ​ນລົງ​ເລິກ​ການ​​ແລກປ່ຽນກັບ​ໂລກ,​ແລະລົງ​ເລິກການ​ເປີດ​ກວ້າງ​ຕໍ່​ໂລກ. ດັ່ງ​ນັ້ນ, ​ໃນ​ຈຸດ​​ເລີ່​ມຕົ້ນ​ໃໝ່​ນີ້, ​ຈີນຈະ​ເຮັດ​ແນວ​ໃດ​ເພື່ອ​ພັດທະນາ​​ເສດຖະກິດ​ປະ​ເທດ​ຕົນ? ທ່ານ​ສີ​ຈິ້ນ​ຜີ​ງ​ໄດ້​ໃຫ້​ຄຳ​ຕອບ​ດ້ວຍ "5 ​ເດັດດ່ຽວ​".

"​ໃນ​ຈຸດ​ເລີ່​ມຕົ້ນ​ໃໝ່, ພວກຂ້າພະ​ເຈົ້າ​ຈະ​ເດັດດ່ຽວ​ລົງ​ເລິກ​ການ​ປະຕິ​ຮູບຢ່າງ​ຮອບດ້ານ,​ບຸກ​ເບີກ​ອະ​ນາຄົດການ​ພັດທະນາ​ທີ່​ດີງາມ​ກວ່າ​ເກົ່າ; ​ໃນ​ຈຸດ​ເລີ່​ມຕົ້ນ​ໃໝ່,​ພວກຂ້າພະ​ເຈົ້າຈະ​ເດັດດ່ຽວ​ປະຕິບັດ​ຍຸດ​ທະ​ສາດ​ຊຸກ​ຍູ້​ການ​ພັດທະນາ​ດ້ວຍ​ການ​ປະດິດ​ສ້າງ​ໃໝ່, ກະຕຸກ​ຊຸກຍູ້​ການ​ພັດທະນາ​ຢ່າງ​ແຂງ​ແຮງ​ກວ່າ​ເກົ່າ; ​ໃນ​ຈຸດ​ເລີ່​ມ​ຕົ້ນໃໝ່,ພວກຂ້າພະ​ເຈົ້າ​ຈະ​ເດັດດ່ຽວ​ຊຸກຍູ້​ການ​ພັດທະນາ​ແບບ​ສີຂຽວ, ສະ​ແຫວ​ງຫາ​ປະສິດທິ​ຜົນ​ທີ່​ມີ​ຄຸນ​ນະພາ​ບສູງ​ກວ່າ​ເກົ່າ; ​ໃນ​ຈຸດ​ເລີ່​ມ​ຕົ້ນໃໝ່,ພວກ​ເຮົາ​ຈະ​ເດັດດ່ຽວຊຸກຍູ້​ການ​ຊົມ​ໃຊ້​ຢ່າງ​ສະ​ເໝີ​ພາບ, ​ເສີມ​ສ້າງຜົນ​ປະ​ໂຫຍ​ດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ປະຊາຊົນ; ​ໃນ​ຈຸດ​ເລີ່​ມ​ຕົ້ນໃໝ່,ພວກຂ້າພະ​ເຈົ້າ​ຈະ​ເດັດດ່ຽວ​ເປີດ​ກວ້າງ​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ, ບັນລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ກວ້າງຂວາງ​ກວ່າ​ເກົ່າ."

ປັດຈຸບັນ​ນີ້,​​ເສດຖະກິດ​ໂລກ​ພັດທະນາ​​ຊັກ​ຊ້າ, ຈັງຫວະ​ເຕີບ​ໂຕ​ຂອງ​ການ​ຄ້າ​ສາກົນ​ຢູ່​ໃນ​ລະດັບ​ຕ່ຳ​ສຸດ​ໃນ​ຮອບ​30ປີ​ມາ​ນີ້. ພ້ອມ​ດຽວ​ກັນ​ນັ້ນ,​ລັດທິ​ປົກ​ປ້ອງ​ການ​ຄ້າ​ຟື້ນ​ຟູຄືນ​ໃໝ່,​ລະບຽບ​ການ​ການ​ຄ້າ​ຫຼາຍ​ຝ່າຍ​ຜະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຂະຫຍາຍຕົວ, ຄວາມ​ປັ່ນ​ປ່ວນ​​ແລະ​ການ​ປະ​ທະ​ກັນດ້ານ​ການ​ເມືອງ,ວິ​ກິດ​ການ​ຊາວ​ອົບ​ພະຍົບ,​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາກາດ, ລັດທິ​ກໍ່​ການ​ຮ້າຍ​ແລະ​ບັນຫາ​ຈຸດ​ຮ້ອນ​​ໃນ​ພາກ​ພື້ນ​ແລະ​ສິ່ງ​ທ້າ​ທາຍ​ລັກສະນະ​ທົ່ວ​ໂລກ​ໄດ້​ເພີ່ມ​ຄວາມ​ສັບສົນ​ແລະ​ຄວາມ​ສ່ຽງ​ຕໍ່​ເສດຖະກິດ​ໂລກ. ພາຍ​ໃຕ້​ເບື້ອງ​ຫຼັງ​ດັ່ງກ່າວ, ປະຊາ​ຄົມ​ໂລກ​ໄດ້​ມີ​ຄາດ​ຫວັງ​ສູງ​ຕໍ່​ປະ​ເທດ​ຈີນ. ​ໃນ​ການ​ກ່າວປາ​ໄສ, ທ່ານ​ສີ​ຈິ້ນ​ຜີ​ງ​ໄດ້​​ໃຫ້​ຕຳລາຢາ​ຈີນ​ຢ່າງ​ໜຶ່ງ​ໃຫ້​ແກ່​ເສດຖະກິດ​ໂລກ​ທີ່​ມີການ​ປ່ຽນ​ແປງ​ຢ່າງ​ສັບສົນ.ທ່ານ​ກ່າວ​ວ່າ: " ຈີນ​ຫວັງ​ວ່າຈະ​ສາມາດ​ຮ່ວມ​ກັບ​ບັນດາ​ຝ່າຍ​ຊຸກຍູ້​ໃຫ້​ກອງ​ປະຊຸມ​ສຸດ​ຍອດ G20 ຫັງ​ໂຈ່​ວວາງຂໍ້​ສະ​ເໜີ​ດ້ານ​ນະ​ໂຍບາຍ​​ໂດຍ​ລວມທີ່​​ສາມາດ​ແກ້​ໄຂບັນຫາ​ຈາກກົກ​ຮາກ​ໄດ້,ຊຸກຍູ້​ໃຫ້​ເສດຖະກິດ​ໂລກ​ເດີນ​ຕາມ​ເສັ້ນທາງ​ແຫ່ງ​ການ​ເຕີບ​ໂຕ​ທີ່​ແຂງ​ແຮງ,​ແບບ​ຍືນ​ຍົງ​,ມີ​ຄວາມ​ດຸນດ່ຽງ​ແລະກວມລວມ. ໜຶ່ງ,ສ້າງ​ເສດຖະກິດ​ໂລກ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ,ສ້າງ​ເງື່ອນ​ໄຂ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ. ສອງ,ສ້າງ​ເສດຖະກິດ​ໂລກ​​ແບບ​ເປີດ​ກວ້າງ,​ຂະຫຍາຍຊ່ອງ​ທາງ​ແຫ່ງ​ການ​ພັດທະນາ. ສາມ, ສ້າງ​ເສດຖະກິດ​ໂລກ​ແບບ​ມີ​ບົດບາດ​ຊຸກຍູ້​ກັນ,​ເຕົ້າ​ໂຮມ​ກຳລັງຈາກການ​ໄປ​ມາຫາ​ສູ່​ກັນ. ​ແລະສີ່,ສ້າງ​ເສດຖະກິດ​ໂລກ​ແບບ​ກວມ​ລວມ, ສ້າງ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ເພື່ອ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍ​ດ. "

ຄວາມ​ເປັນ​ຈິງ​ແລ້ວ,​​ເ​ພື່ອ​ແທດ​ເໝາະກັບຕຳລາ​ຢາ​ຈີນ​ດັ່ງກ່າວ,​ກອງ​ປະຊຸມ​ສຸດ​ຍອດG20ຫັງ​ໂຈ່​ວ​ໄດ້​​ເນັ້ນຫົວ​ຂໍ້"ສ້າງ​ເສດຖະກິດ​ໂລກ​ທີ່​ປະດິດ​ສ້າງ​ໃໝ່,ຄວາມມີຊີວິດ​ຊີວາ, ມີ​ບົດບາດ​ຊຸກຍູ້​ກັນ​ແລະ​ກວມ​ລວມ." ​ສຳລັບ​ກົນ​ໄກG20ທີ່​ເປັນ​ເວທີ​ສຳຄັນ​ໃນ​ການ​ຄຸ້​ມຄອງ​ເສດຖະກິດ​ໂລກ, ຄວນ​ເຮັດ​ແນວ​ໃດ​ເພື່ອ​ປັບປຸງ​ການ​ຄຸ້ມ​ຄອງ​ເສດຖະກິດ​ໂລກ? ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ,​"ພາຍ​ໃຕ້​ສະພາບ​ການ​​ໃນ​ປັດຈຸບັນ​ນີ້, ການຄຸ້ມ​ຄອງເສດຖະກິດ​ໂລກ​ຄວນ​ກຳ​ແໜ້ນ​ຈຸດສຳຄັນດັ່ງ​ນີ້: ຮ່ວມ​ກັນ​ສ້າງ​ໂຄງ​ປະກອບ​ຄຸ້ມ​ຄອງ​ການ​ທະນາຄານ​ໂລກ​ທີ່​ຍຸດຕິ​ທຳ​ແລະ​ມີ​ປະສິດທິພາບ​ສູງ, ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດຖະກິດ​ໂລກ; ຮ່ວມ​ກັນ​ສ້າງ​ໂຄງ​ປະກອບ​ຄຸ້ມ​ຄອງ​ການ​ຄ້າ​ແລະ​ການ​ລົງທຶນ​ໂລກ​ທີ່​ເປີດ​ເຜີຍ​ແລະ​ ​​ໂປ່​ງ​ໃສ, ປັບປຸງ​ລະບຽບ​ການ​ການ​ຄ້າ​ຫຼາຍ​ຝ່າຍ, ປ່ອຍກຳລັງ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ​ຂອງ​ໂລກ; ຮ່ວມ​ກັນ​ສ້າງ​ໂຄງ​ປະກອບ​ຄຸ້ມ​ຄອງ​ພະລັງງານ​ໂລກ​​ແບບ​ສີຂຽວ​ແລະ​ກາກ​ບອນ​ຕໍ່າຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ພັດທະນາ​ສີຂຽວ​ທົ່ວ​ໂລກ; ຮ່ວມ​ກັນ​ສ້າງໂຄງ​ປະກອບ​ປັບປຸງ​ການ​ພັດທະນາ​ຂອງ​ໂລກ​ທີ່​ກວ​ມລວມ​ແລະມີ​ບົດບາດ​ຊຸກຍູ້ກັນ, ຖື​ການຈັດ​ຕັ້ງ​ປະຕິບັດ​ວາລະ​ພັດທະນາ​ແບບ​ຍືນ​ຍົງ2030ຂອງ​ສະຫະ​ປະຊາ​ຊາດ​ເປັນ​ເປົ້າ​ໝາຍ, ຮ່ວມ​ກັນ​ເສີມ​ສ້າງຄວາມຜາສຸກ​ຂອງ​ມວນ​ມະນຸດ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ