ທ່ານ ສິຈິ້ນ​ຜິ​ງກ່າວປາຖະກະຖາ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ສຸດ​ຍອດ B20 ​
2016-09-03 17:59:32  cri 
  ທ່ານ ສິຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ກ່າວປາຖະກະຖາ​ໃນ​ພິທີ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ອຸດສາຫະກຳ-ການ​ຄ້າ​ຂອງ ​G20 ​ຫຼື B20 ​ໂດຍ​ສະ​ເໜີ​ໃຫ້​ປະ​ເທດ​ສະມາຊິກ G20 ຮ່ວມ​ກັບ​ປະຊາ​ຄົມ​ໂລກ, ມີອຸດົມ​ຄະຕິທີ່​ເດັດດ່ຽວ​ໜຽວ​ແໜ້ນ​ແລະ​ໃຊ້​ມາດ​ຕະການ​​ໃນທັນທີ​ເພື່ອ​ທຳ​ຄວາມພະຍາຍາມ​ໃນ 3 ດ້ານດັ່ງ​ລຸ່ມ​ນີ້​ຄື:

  1. ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ສາກົນ​ທີ່ມີ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ. ປະຫວັດສາດ​ໄດ້ຢືນຢັນຫຼາຍ​ເທື່ອ​ແລ້ວ​ວ່າ, ຖ້າຫາກ​ບໍ່ມີ​ສັນຕິພາບ​ກໍ​ບໍ່​ມີ​ການພັດທະນາ​ແລະຖ້າ​ຫາກ​ບໍ່​ມີ​ສະຖຽນ​ລະ​ພາບ​ກໍ​ບໍ່​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​. ຄວາມ​ໝັ້ນຄົງຂອງ​ປະ​ເທດ​ຕ່າງໆ​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນໂດ​ຍບໍ່ມີປະ​ເທດ​ໃດ​ສາມາດລອດ​ໄດ້ແລະກໍ​ບໍ່​ມີ​ປະ​ເທດ​ໃດ​ສາມາດ​ແບກ​ຫາບໜ້າ​ທີ່​ທຸກ​ປະການ.

  2.ຮ່ວມ​ກັນ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມືສາກົນ​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ປະ​ເທດ​ໃດ​ໜຶ່ງ​ບໍ່​ວ່າຈະ​ເປັນ​ປະ​ເທດ​ໃຫຍ່​ຫຼື​ນ້ອຍ, ຈະ​ເຂັ້ມ​ແຂງ​ຫຼື​ອ່ອນ​ແອ​ແລະບໍ່​ວ່າຈະ​ຮັ່ງມີ​ຫຼື​ທຸກ​ຍາກ​ກໍ​ຕາມ​ລ້ວນ​ແຕ່​ຄວນປະຕິບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​. ​ຂະນະ​ທີ່ພັດທະນາ​ປະ​ເທດ​ຕົນ​ໃຫ້​ດີ​ກໍ​ຄວນ​ຊ່ວຍ​ເຫຼືອ​ພັດທະນາ​ປະ​ເທດ​ອື່ນ​ໃຫ້​ດີ​ເຊັ່ນ​ກັນ. ຕ່າງ​ຝ່າຍ​ຕ່າງ​ພັດທະນາ​ໃຫ້​ດີ​ຈຶ່ງ​ສາມາດ​ສ້າງ​ໜ່ວຍ​ໂລກ​ທີ່​ສວຍ​ງາມ​ກວ່າ​ເກົ່າ​ໄດ້.

  3.ຮ່ວມ​ກັນ​ປັບ​ປຸງ​ການ​ຄຸ້ມ​ຄອງ​​ເສດຖະກິດໂລກ​​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າໂດຍ​ຄວນຖື​​ເອົາຄວາມ​ສະ​ເໝີ​ພາບ​ກັນເປັນ​ພື້ນຖານ, ຖື​ເອົາການ​ເປີດ​ປະຕູ​ເປັນ​ທິດ​ນຳ, ຖື​ເອົາ​ການ​ຮ່ວມ​ມື​ເປັນ​ພະລັງ​ແຮງ​ແລະ​ຖື​ເອົາ​ການ​ຊົມ​ໃຊ້​ຮ່ວມ​ກັນ​ເປັນ​ເປົ້າ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ