ປະທານ​ປະ​ເທດ​ຈີນ​​ເຂົ້າ​ຮ່ວມ​ພິທີ​ເປີດກອງ​ປະຊຸມ​ພົບ​ປະ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ປະ​ເທດ​ບຼິກສ໌​ແລະ​ກ່າວ​ປາ​ໄສ
2016-09-04 11:44:40  cri 
ຕອນ​​ເຊົ້າ​ວັນ​ທີ4ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດກອງ​ປະຊຸມ​ພົບ​ປະ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ປະ​ເທດ​ບຼິກສ໌​ແລະ​ກ່າວ​ປາ​ໄສ.



ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ, ປະ​ເທດ​ທີ່​ເປັນ​ຕະຫຼາດພັດທະນາ​ໃໝ່​ແລະ​ປະ​ເທດ​ພວມ​ພັດທະນາຫຼາຍ​ປະ​ເທດ​ພັດທະນາ​ຈະ​ເລີ​ນຂຶ້ນຮ່ວມ​ກັນ, ​ເປັນ​ການ​ປ່ຽນ​ແປງ​ຢ່າງ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງທີ່​ສຸດ​ໃນ​ສາຍ​ພົວພັນ​ສາກົນ​ໃນ​ຍຸກ​ປັດຈຸບັນ. ປະ​ເທດ​ບຼິກສ໌​ເປັນ​ຜູ້ນຳ​ໜ້າ​ໃນ​ປະ​ເທດ​ທີ່​ເປັນ​ຕະຫຼາດ​ຈະ​ເລີ​ນ​ໃໝ່​ແລະ​ປະ​ເທດ​ພວມ​ພັດທະນາ, ​ແລະ​ກໍ​ແມ່ນ​ສະມາຊິກ​ສຳຄັນ​ຂອງ​ກຸ່ມ20ປະ​ເທດ. ພວກ​ຂ້າ​ພະ​ເຈົ້າ​ຄວນ​ເດີນ​ໄປ​ຕາມ​ເສັ້ນທາງປະຫວັດສາດ, ກຳ​ແໜ້ນ​ສະພາວະ​ລວມຂອງ​ສາກົນ, ​ເພີ່ມ​ທະວີ​ການ​ປະສານ​ງານ​ແລະ​ປະສານ​ສົມທົບ​ກັນ, ຮ່ວມ​ກັນ​​ສ້າງ​ເວທີ​ປະ​ເທດ​ບຼິກສ໌​ແລະ​ກຸ່ມ20ປະ​ເທດ​ທີ່​ມີ​ຄວາມ​ສຳຄັນ​ນີ້​ໃຫ້​ດີ, ຮັກສາ​ແລະ​ພັດທະນາ​ໃຫ້​ດີ, ຊຸກຍູ້​​ໃຫ້ປະ​ເທດທີ່​ເປັນ​ຕະຫຼາດ​ຈະ​ເລີ​ນ​ໃໝ່​ແລະ​ປະ​ເທດ​ພວມ​ພັດທະນາ​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ​ກວ່າ​ເກົ່າ​ໃນ​ວຽກ​ງານ​ສາກົນ, ​ແລະມີຖານະ​ທີ່​ເປັນ​ເຈົ້າ​ການຫຼາຍ​ກວ່າ​ເກົ່າ​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ​ສາກົນ.

​ນັບແຕ່​ຕົ້ນ​ປີ​ນີ້​ມາ, ພາຍ​ໃຕ້​ຄວາມ​ພະຍາຍ​າມຂອງ5ປະ​ເທດ ​ແລະ​ການ​ຊຸກຍູ້​ຢ່າງ​ແຂງ​​ແຮງ​ຂອງ​ອິນ​ເດຍທີ່​ເປັນ​ປະ​ເທດ​ປະທານ, ການ​ຮ່ວມ​ມື​ລະຫວ່າງປະ​ເທດ​ບຼິກສ໌​ໄດ້​ຮັກສາ​ທ່າ​ອ່ຽງທີ່​ດີ​ໃນ​ການ​ຂະຫຍາຍຕົວ, ​ໄດ້​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ຕື່ມ​ອີກ, ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ພົ້ນ​ເດັ່ນ​. ​ໂດຍ​ສະ​ເພາະ​​ໃນ​ການ​ແລກປ່ຽນ​ດ້ານວັດທະນະທຳ, ຖື​ວ່າ​ມີ​ຄວາມ​ອຸດົມສົມບູນ​ແລະ​ມີ​ຈຸດ​ປະກາຍຫຼາກ​ຫຼາຍ. ຂ້າພະ​ເຈົ້າຫວັງ​ວ່າການພົບ​ປະ​​ບໍ່​ເປັນ​ທາງ​ການ​ໃນ​ມື້​ນີ້​ຈະ​ໄດ້​ຮັບ​ໝາກຜົນ​ອັນ​ຈົບງາມ, ​ເພື່ອກຽມພ້ອມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດG20ຫັງ​ໂຈ່​ວທີ່​ຈະ​ຈັດ​ຂຶ້​ນ​ໃນ​ຕອນ​ບ່າຍ​ມື້​ນີ້, ​ແລະເປັນ​ການ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພົບ​ປະ​ຄັ້ງ​ທີ8ຂອງ​ຜູ້ນຳ​ປະ​ເທດ​ບຼິກສ໌ທີ່​ຈະ​ຈັດ​ຂຶ້ນ​ຢູ່​ອິນ​ເດຍ​ໃນ​ເດືອນ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ