ສິງກະ​ໂປ: ສາຍ​ພົວພັນ​ລະຫວ່າງຈີນ​ແລະ​ອາ​ຊຽນພວມ​ພັດທະນາ​ກ້າວ​​ເຂົ້າ​ສູ່​ທິດ​ທາງ​ຕັ້ງໜ້າ​ກວ່າ​ເກົ່າ
2016-09-05 16:57:35  cri 
  ໃນໂອກາດທີ່ທ່ານ ຫຼີ​ເຄິ້ສຽງ​ ນາຍົກລັດຖະມົນຕີຈີນ​ຈະ​ເດີນທາງ​ໄປ​ນະຄອນຫຼວງວຽງ​ຈັນ ສປປ ລາວ ​​ໃນ​ວັນ​ທີ 6 ກັນຍາ​ນີ້ ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້ນຳການ​ຮ່ວມ​ມື​ອາຊີຕາ​ເວັນ​ອອກແລະ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງອື່ນໆ​​ລວມທັງກອງ​ປະຊຸມ​ຜູ້ນຳ​ຈີນ-ອາ​ຊຽນຄັ້ງ​ທີ 19 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​​ເພື່ອລະນຶກຈີນ-ອາ​ຊຽນສ້າງຕັ້ງສາຍ​ພົວພັນຄູ່ເຈລະຈາຄົບຮອບ 25 ປີນັ້ນ, ​ທ່ານ ​ສິມ​ອນ ​ໄຕ້ ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ສິງ​ປະ​ໂປ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​​​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: "ສາຍ​ພົ​ວພັນ​ລະຫວ່າງ​ອາ​ຊຽນ-ຈີນ​ໄດ້ກາຍຂອບ​ການ​ຄ້າ​ໂດຍ​ສອງ​ຝ່າຍ​ໄດ້ສ້າງ​ຕັ້ງ​ສາຍ​ພົວພັນ​ຢ່າງ​ເລິ​ກເຊິ່ງ​ແລະ​ແໜ້ນ​ແ​ຟ້ນຈາກ​ນີ້ຈຶ່ງ​ເຫັນ​ວ່າ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ແລະ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ​ສາມາດ​ສືບ​ຕໍ່​ພັດທະນາ​ກ້າວເຂົ້າສູ່​ລວງ​​ເລິກ​ໄດ້."

  ທ່ານ ​ສິມ​ອນ ​ໄຕ້ ກ່າວ​ຕື່ມ​ວ່າ, ປັດຈຸບັນ, ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່ອັນ​ດັບ 1 ຂອງ​ອາ​ຊຽນຫຼາຍ​ປີຕິດຕໍ່ກັນ​​ແລະ​ກໍ​ເຖິງ​ເວລາ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ​ແລ້ວ. ຈາກ​ມາດ​ຕະການ​ຕ່າງໆ​ຂອງ​ຈີນ​ລວມທັງ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ການ​ສ້າງ​ຕັ້ງ​ທະນາຄານ AIIB ​ແລະ​ອື່ນໆ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າຈີນ​ພວມ​ພະຍາຍາມ​ບຸກເບີກ​​ຊ່ອງ​ທາງ​ໃໝ່​ໃຫ້​ແກ່​ການ​ເປີດ​ກວ້າງ​ການ​ຮ່ວມມື​. ທ່ານ ​ສິມ​ອນ ​ໄຕ້ ກ່າວ​ຕື່ມວ່າ: "ຄວາມພະຍາຍາມຮ່ວມກັນຂອງອາ​ຊຽນ​ແລະ​ຈີນ​ຈະ​ເຮັດ​ໃຫ້ສາຍ​ພົວພັນ​ລະຫວ່າງສອງ​ຝ່າຍພັດທະນາ​ກ້າວ​ສູ່​ທິດ​ທາງທີ່​ຕັ້ງໜ້າ​ກວ່າ​ເກົ່າ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ