ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນມີ​ກຳລັງ​ບົ່ມ​ຊ້ອນ​ທີ່​ມະຫາສານ
2016-09-06 16:18:10  cri 

​ໃນ​ໂອກາດ​ທີ່ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ​ຂອງ​ອາ​ຊຽນທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ​ແຕ່​ວັນ​ທີ 6-9 ກັນຍາ​ນີ້ ພ້ອມ​ທັງ​ຈະ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການນັ້ນ, ນັກ​ຂ່າວ​ໄດ້​ສຳພາດ​ທ່ານ​ກິດ​ຕິ ປຣະ​ເສີດ​ສຸກ ຫົວໜ້າ​ສູນ​ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກ​ ມະຫາວິທະຍາ​ໄລ​ນິຕິສາດ-ລັດຖະສາດ​ໄທ ​ໂດຍ​ທ່ານ​ຊີ້ວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນມີ​ທ່າ​ຂະຫຍາຍຕົວ​​ດີ, ສອງ​ຝ່າຍ​ມີ​ກຳລັງ​ບົ່ມ​ຊ້ອນ​ທີ່​ມະຫາສານ ​​ແລະ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ໄທ ກໍ​ຄື​ປະ​ເທດ​ອ້ອມ​ຂ້າງ​ຢ່າງ​ແນ່ນອນ.

​ສາ​ສະ​ດາ​ຈານ ກິດ​ຕິ ກ່າວວ່າ: ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະ​ອາ​ຊຽນ​ໄດ້​ພັດທະນາ​​ເປັນ​ຢ່າງ​ດີ​ມາ​ໂດຍ​ຕະຫຼອດ, ຂະນະ​ທີ່​ສອງ​ຝ່າຍ​ມີ​ການຮ່ວມ​ມືທັງ​ການ​ລົງທຶນ, ການ​ຄ້າ ​ແລະ ການທ່ອງທ່ຽວ ​ເຊິ່ງສາມາດ​ເວົ້າ​ໄດ້​ວ່າ ການ​ຮ່ວມ​ມື​ດ້ານທາງ​ລົດ​ໄຟ ​ແລະ​ອື່ນໆ ພວມ​ດຳ​ເນີນ​ໄປ​ຢ່າງ​ຄຶກຄັກ. ​ແນວ​ໃດ​ກໍ​ດີ, ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້​ໄດ້​ສືບຕໍ່ຫົວ​ຂໍ້​ການ​ຮ່ວມ​ມື​ແລະ​ການ​ພັດທະນາ, ຈະ​ຊຸກຍູ້​ການ​ແລກປ່ຽນ​ລະຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ນີ້ກໍ​ມີ​ກຳລັງ​ບົ່ມ​ຊ້ອນ​ທີ່​ມະຫາສານ ​ແລະ​ນອກຈາກ​ໄທ​ຈະ​ວາງ​ຂໍ້ສະ​ເໜີກ່ຽວ​ກັບ​ການ​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ການ​ຜະລິດ​ໃນ​ພາກ​ພື້ນ​ໃຫ້​ສູງ​ຂຶ້ນ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ແລ້ວ, ​ໄທ-ຈີນ​ກໍ​ສາມາດຮ່ວມ​ມືດ້ານ​ນີ້​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ