ກອງປະຊຸມສຸດຍອດທຸລະກິດ-ການລົງທຶນ ອາຊຽນ ປຶກສາຫາລືການຫັນວິໄສທັດ ໃຫ້ເປັນຮູບປະທໍາ
2016-09-06 15:35:06  cri 

ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນໄດ້ໄຂຂຶ້ນໃນວັນທີ 5 ກັນຍາ 2016 ທີ່ໂຮງແຮມເມືອງແທງ ນະຄອນຫລວງ
ຫລວງວຽງຈັນ, ເຊິ່ງໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງສປປລາວ,
ມີບັນດາລັດຖະມົນຕີເສດຖະກິດອາຊຽນ ພ້ອມດ້ວຍຜູ້ບໍລິຫານພາກທຸລະກິດອາຊຽນ ແລະ ຄູ່ເຈລະຈາເຂົ້າຮ່ວມເພື່ອປຶກສາຫາລືການ
ຫັນວິໄສທັດ ຂອງປະຊາຄົມເສດຖະກິດອາຊຽນ ໃຫ້ເປັນຮູບປະທຳ.

ໃນໂອກາດນີ້, ທ່່ານ ທອງລຸນ ສີສຸລິດ ແຫ່ງ ສປປ ລາວ ໄດ້ກ່າວວ່າ: ກອງປະຊຸມສຸດຍອດພາກທຸລະກິດ ແລະ ການລົງ
ທຶນອາຊຽນ ຄັ້ງທີ 13 ນີ້ ແມ່ນກອງປະຊຸມທີ່ສໍາຄັນທີ່ສຸດຂອງພາກທຸລະກິດ ເນື່ອງຈາກວ່າ ເປັນການເຕົ້າໂຮມເອົາບັນດານັກທຸລະກິດ
ອາຊຽນ ກໍຄື ສະພາທີ່ປຶກສາທຸ ລະກິດອາຊຽນ ແລະ ສະພາຜູ້ປະກອບການນັກທຸລະກິດໜຸ່ມອາຊຽນ ເພື່ອປຶກສາຫາລື ແລະ ແລກ
ປ່ຽນຄວາມຄິດຄວາມເຫັນເຊິ່ງກັນ ແລະ ກັນ ໃນບັນດາຫົວຂໍ້ບູລິມະສິດ ເຊິ່ງໃນປີນີ້ມີຫົວຂໍ້ສໍາຄັນເຊັ່ນ: ເຂດການຄ້າເສລີ, ພະລັງງານ,
ພື້ນຖານໂຄງລ່າງ, ການພັດທະນາແບບຍືນຍົງ ແລະ ບັນຫາສໍາຄັນ ຂອງແຜນງານປະຊາຄົມເສດຖະກິດອາຊຽນ 2025 ເພື່ອໃຫ້ສາ
ມາດບັນລຸ 5 ເປົ້າໝາຍຕາມທີ່ຜູ້ນໍາອາຊຽນໄດ້ກໍານົດໄວ້.

ທ່ານ ນາຍົກລັດຖະມົນຕີ ກ່າວເນັ້ນອີກວ່າ: ເນື່ອງຈາກວ່າປີນີ້ ເປັນປີໄຂສັງກາດໃໝ່ ຂອງປະຊາຄົມເສດຖະກິດອາຊຽນ ແລະທັງເປັນ
ປີທໍາອິດ ຂອງການຈັດຕັ້ງ ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບົນຈິດໃຈດັ່ງກ່າວ, ສປປ ລາວ ຈຶ່ງໄດ້ວາງຄໍາຂວັນ
ສໍາລັບການ ເປັນປະທານອາຊຽນໃນປີນີ້ວ່າ: "ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ" ແລະ
ກຳນົດເອົາ 8 ຂົງ ເຂດບູລິມະສິດ ເພື່ອເປັນເຄື່ອງມື ໃນການຜັນຂະຫຍາຍວິໄສທັດ 2025 ຂອງອາຊຽນໃຫ້ ປະກົດຜົນເປັນຈິງ
ເທື່ອລະກ້າວ. ເພື່ອແນໃສ່ຈັດຕັ້ງປະຕິບັດແຜນງານ ປະຊາຄົມເສດຖະກິດອາຊຽນ 2025 ໃຫ້ໄດ້ຮັບໝາກຜົນ ແລະບັນລຸເປົ້າໝາຍ
ຕາມທີ່ໄດ້ກໍານົດໄວ້ນັ້ນ ແມ່ນຈະຕ້ອງໄດ້ ມີການຮ່ວມມືກັນຢ່າງກົມກຽວ ແລະ ຮອບດ້ານ ລະຫວ່າງພາກລັດ ແລະ ພາກເອກະຊົນ
ເພື່ອສືບຕໍ່ສ້າງ ສິ່ງອໍານວຍຄວາມສະດວກ ໃນການເຄື່ອນຍ້າຍສິນຄ້າ, ການບໍລິການ, ການເຄື່ອນຍ້າຍທຶນແລະແຮງງານທີ່ມີສີມືພາຍ
ໃນອາຊຽນ ເພື່ອສົ່ງເສີມຕາໜ່າງການຄ້າ ແລະ ການຜະລິດ ຂອງອາຊຽນກ້າວໄປເຖິງ ການສ້າງໃຫ້ເປັນຕະຫລາດ ແລະ ຖານ
ການຜະລິດໜຶ່ງດຽວໃຫ້ສົມບູນຂຶ້ນກວ່າເກົ່າ ສໍາລັບບັນດາບໍລິສັດ ແລະ ຜູ້ຊົມໃຊ້ອາຊຽນ. ດ້ວຍເຫດນັ້ນ, ການຈັດກອງປະຊຸມ ສຸດ
ຍອດພາກທຸລະກິດ ແລະ ການລົງທຶນ ອາຊຽນຄັ້ງ ນີ້ຈະກາຍເປັນຂີດໝາຍ ທີ່ສໍາຄັນໃນການສ້າງ ຄວາມເຂັ້ມແຂງ ດ້ານການຮ່ວມມື
ລະຫວ່າງພາກລັດ ແລະ ພາກທຸລະກິດ, ການປະສານງານ ແລະ ການເປັນຄູ່ຮ່ວມມື ທີ່ດີໃນການປັບປຸງ ຂັ້ນຕອນຕ່າງໆເພື່ອ ເຮັດ
ໃຫ້ກະທັດຮັດງ່າຍດາຍຂຶ້ນໄປລື້ອຍໆ. ນອກນັ້ນ, ຍັງເຮັດໃຫ້ສັງຄົມທົ່ວພາກພື້ນອາຊຽນ ເຫັນໄດ້ເຖິງ ຄວາມເອົາ ໃຈໃສ່ ແລະ ການ
ຮ່ວມມື ທີ່ດີລະຫວ່າງພາກລັດ ແລະ ພາກທຸລະກິດອີກດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ