ຊ່ຽວຊານ​ລາວ​ເຫັນ​ວ່າ: ການ​ທີ່​ທ່ານ​ນາຍົກ​ຫຼີ​ເຄີ້ສຽງ​ຢ້ຽມຢາມ​ລາວ​ຈະ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ລາວ​ໃຫ້​ຂະຫຍາຍຕົວ​ກ້າວ​ສູ່​ລວງ​ເລິກ​ແລະ​ລວງ​ກວ້າງ
2016-09-07 10:30:48  cri 
ວັນ​ທີ 6 ກັນຍາ​ນີ້, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງເຖິງ​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ພ້ອມ​ດ້ວຍ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຕ່າງໆ ທັງ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ. ທ່ານ​ສັງຂານ​ຈູມ​ຄຳ​ພັນ ນັກວິ​ເຄາະ​ບັນຫາ​ຈີນຜູ້​ອາວຸ​ໂສ ທັງ​ເປັນ​ຮອງ​ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ​ໃນ​ວັນ​ທີ 5 ກັນຍານີ້​ວ່າ: ການ​ຢ້ຽມຢາມ​ລາວ​ຂອງ​ທ່ານ​ນາຍົກຫຼີ​ເຄີ້ສຽງ​ເທື່ອ​ນີ້​ຍ່ອມ​ຈະ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລາວ-ຈີນ​ໃຫ້​ຂະຫຍາຍຕົວ​ກ້າວ​ສູ່​ລວງ​ເລິກ​ແລະ​ລວງ​ກວ້າງ.

ທ່ານ​ກ່າວ​ວ່າ: ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ສາຍ​ພົວພັນ​ລາວ-ຈີນ​ໄດ້​ຮັກສາ​ທ່ວງ​ທ່າ​ຂະຫຍາຍຕົວ​ເປັນ​ຢ່າງ​ດີ, ຈີນ​ໄດ້​ຊ່ວຍ​ເຫຼືອ​ລ້າ​ແລະ​ປ່ອຍ​ເງິນ​ກູ້​ດອກ​ເບັ້ຍ​ຕ່ຳ​ຢ່າງ​ຫຼວງ​ຫຼາຍ​​​ໃຫ້ແກ່​ລາວ​ໃນ​ຫຼາຍ​ດ້ານ​​ເປັນ​ຕົ້ນການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງຂະນະ​ທີ່ບໍລິສັດ​ຈີນກໍ​ໄດ້​ຮັບ​ເໝົາ​ກໍ່ສ້າງ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຂອງ​ລາວ​ຢ່າງ​ຫຼວງ​ຫຼາຍ. ປີ 2015 ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ຮ່ວມ​ກັນ​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ ​ເຊິ່ງປັດຈຸ ບັນ ​ໂຄງການ​ດັ່ງກ່າວ​ກຳລັງ​ດຳ​ເນີນ​ໄປ​ດ້ວຍ​ດີ. ພ້ອມກັນ​ນັ້ນ, ລາວ​ກໍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່ຢູ່​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"​ເຊິ່ງເຊື່ອໝັ້ນວ່າ: ການຢ້ຽມຢາມລາວຂອງທ່ານຫຼີເຄີ້ສຽງເທື່ອນີ້, ສອງຝ່າຍຈະເຊັນເອກະສານຮ່ວມມືຕ່າງໆເຊິ່ງເປັນການຊຸກຍູ້ສາຍພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານລາວ-ຈີນໃຫ້ຂະຫຍາຍຕົວກ້າວສູ່ລວງເລິກແລະລວງກວ້າງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ