ໄພ​ຫຼັງສົງຄາມ​ຫວຽດນາມ: "ລະ​​ເບີດ​ທີ່​ເຖິງ​ແກ່​ຊີວິດ"ກະຈາຍ​ທົ່ວ​ທຸກ​ແຫ່ງ​​ໃນ​ລາວ
2016-09-07 11:08:08  cri 

ວັນ​ທີ 5 ກັນຍາ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ອາ​ເມ​ລິ​ກາ​ໄດ້​ເດີນທາງ​ເຖິງ​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ​ດ້ວຍ​ເຮືອບິນ​ເພື່ອເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ແຕ່​ວັນ​ທີ 6-8 ກັນຍາ​ນີ້ ທັງ​ດຳ​ເນີນ​ການ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ ​ເຊິ່ງຖື​ວ່າ​ເປັນ​ປະທານາທິບໍດີ​ຄົນ​ທຳ​ອິດ​ທີ່​ຍັງ​ຢູ່​ໃນ​ຕຳ​ແໜ່​ງ​ແລະ​ເປັນ​ປະຫວັດສາດ​ຂອງ​ອາ​ເມ​ລິ​ກາ. ສ່ວນ​ການ​ແກ້​ໄຂ​ບັນຫາ​ຫຼັງ​ສົງຄາມ​ນັ້ນ​ເປັນ​​ເປັນ​ບັນຫາ​ຕົ້ນຕໍ​ໃນການ​ຢ້ຽມຢາມ​ຂອງ​ທ່ານ​ບາຣັກ​ໂອ​ບາ​ມາ​ແລະ​ຫຼ້າ​ສຸດ​ທີ່ທ່ານ​ໂອ​ບາ​ມາ​​ໄດ້ປະກາດ​ສະໜອງ​ທຶນ 90 ລ້ານ​ໂດ​ລາ​ໃນ​ການ​ແກ້​ໄຂ​ບັນຫາລະ​ເບີດ​ທີ່ຕົກ​ຄ້າງ​ໃນ​ສະ​ໄໝ​ສົງຄາມ​​ໃນ​ຂອບ​ເ​ຂດທົ່ວ​ປະ​ເທດລາວ​ເປັນ​ເທື່ອ​ທຳ​ອິດ.

1 2 3 4 5 6 7
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ