ຈີນສຳ​ເລັດການ​ຮັບປະກັນ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ
2016-09-07 16:30:59  cri 
ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ພ້ອມ​ດ້ວຍ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຕ່າງໆ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ​ ປະ​ເທດປະທານໝູນວຽນ​ອາ​ຊຽນ​ແຕ່​ວັນ​ທີ 6-8 ກັນຍາ​ນີ້.​ ​ໃນ​ຖານະ​ເປັນ​ສະຖານ​ທີ່​ປະຊຸມ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ຕ່າງໆ​ເທື່ອ​ນີ້, ສູນ​ປະ​ຊຸມ​​ແຫ່ງ​ຊາດ​ລາວ​ໄດ້​ເອກອ້າງ​ຕໍ່​ສາຍຕາ​ຊາວ​ໂລກ.

ພາຍຫຼັງສູນ​ປະຊຸມ​ແຫ່ງ​ຊາ​ດລາວສຳ​ເລັດ​ການ​ກໍ່​ສ້າງ​ໃນ​ປີ 2012​ເຊິ່ງ​ເປັນ​ການ​ຊ່ວຍ​ເຫຼືອ​ຈາກລັດຖະບານ​ຈີນ​ແລ້ວ​ກໍ່​​ໄດ້​ເປັນ​ສະຖານ​ທີ່​ສຳຄັນ​​ໃນ​ການຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີຣົບຄັ້ງ​ທີ 9 ​ໃນ​ປີ​ດັ່ງກ່າວ​ແລະປັດຈຸບັນ​ໄດ້​ກາຍ​ເປັນ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ໃຫຍ່​ແລະ​ກິດຈະກຳ​ຕ່າງໆ​ໃນ​ປະ​ເທດ. ​ເພື່ອ​ຮັບປະກັນ​ໃຫ້​ສິ່ງ​ກໍ່ສ້າງ​ແລະ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ​ຢູ່​ໃນ​ສູນ​ປະຊຸມ​ແຫ່ງ​ຊາດ​ສາມາດ​ຕອບ​ສະໜອງຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ 2016 ພ້ອມ​ດ້ວຍ​ກອງ​ປະຊຸມ​ກ່ຽວຂ້ອງ​ຕ່າງໆ, ​ເດືອນ​ພຶດສະພາ​ຜ່ານ​ມາ, ລັດຖະບານ​ຈີນ​ເຫັນ​ດີ​ຮັບຜິດຊອບ​ໂຄງການ​ຮັບປະກັນ​ກິດຈະການ​ກວມ​ລວມຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ຈັດ​ຂຶ້ນ​ຢູ່​ປະ​ເທດ​ລາວ.

ເພື່ອ​ຮັບປະກັນ​ໃຫ້​ສູນ​ປະຊຸມ​ດັ່ງກ່າວນຳ​ໃຊ້​ເປັນ​ປົກກະຕິ​ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ, ລາວ​ຮຽກຮ້ອງ​​ໃຫ້​ປະຕິບັດ​ໂຄງການ​ດັ່ງກ່າວ​ກ່ອນ​ວັນ​ທີ 30 ສິງຫາ​ປີ 2016. ດ້ວຍ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ຂອງ​ບັນດາ​ຝ່າຍ​ທີ່​ມີ​ສ່ວນ​ຮ່ວມ​ກໍ່ສ້າງ, ວັນ​ທີ 24 ສິງຫາ​ຜ່ານ​ມາ,​ໂຄງການ​ປັບປຸງ​ແລະ​ຍົກ​ລະດັບ​ສູນ​ປະຊຸມ​ແຫ່ງ​ຊາດ​ໄດ້​ສຳ​ເລັດລົງ​ດ້ວຍ​ຜົນສຳ​ເລັດຢ່າງ​ຈົບງາມ​ກ່ອນ​ເວລາ​ກຳນົດ​ ທັງ​ໄດ້​ມາດຕະຖານ​ສາກົນ​ລະດັບ​ໜຶ່ງ​ຂອງສູນ​ປະຊຸມ ​ແລະ​ໄດ້​ຜ່ານ​ກາ​ນກວດກາ​ຈາກ​ທ່ານ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ສປປ ລາວ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງສຳນັກງານນາຍົກລັດຖະມົນຕີ ທັງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ສຳນັກງານ​ນາຍົກລັດຖະມົນຕີ,ສູນ​ປະຊຸມ​ແຫ່ງ​ຊາດ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ