ທ່ານຫຼີ​ເຄີ້ສຽງ​ເດີນທາງ​ເຂົ້າຮ່ວມ​ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້ນຳອາຊີ​ຕາ​ເວັນ​ອອກ​ແລະຢ້ຽມຢາມ​ລາວຢ່າງ​ເປັນ​ທາງ​ການ
2016-09-07 10:23:50  cri 

​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ທອງ​ລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ປະທານ​ໝູນວຽນ​ອາ​ຊຽນ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ເດີນທາງ​ເຖິງ​ສະໜາມ​ບິນສາກົນ​ວັດ​ໄຕ ນະຄອນຫຼວງວຽງ​ຈັນ​ໃນ​ຕອນ​ຄ່ຳຂອງ​ວັນ​ທີ 6 ກັນຍາ​ນີ້ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນ (10+1) ຄັ້ງທີ 19 ​ກໍ​ຄືກ​ອງປະຊຸມ​ສຸດ​ຍອດ​ລະນຶກ​ຈີນ​-​ອາ​ຊຽນສ້າງການ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ແລະຈີນ, ຍີ່ປຸ່ນ,  ສ.​ເກົາຫຼີ (10+3)ຄັ້ງທີ 19 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 11 ພ້ອມ​ທັງ​​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ.

​ໃນ​ໄລຍະ​ເຂົ້າຮ່ວມ​ກອງ​ປະຊຸມ, ທ່ານຫຼີ​ເຄີ້ສຽງ​ ​ແລະ ຜູ້ນຳ​ປະ​ເທດ​​ໃນອາ​ຊຽນຈະ​ຮ່ວມ​ກັນລະນຶກ​ການ​ສ້າງ​ການ​ພົວພັນ​ຄູ່​ເຈລະຈາ​ລະຫວ່າງ​ຈີນ-ອາ​ຊຽນຄົບຮອບ 25 ປີ ທັງ​ຈະ​ພົບ​ປະ​ສອງ​ຝ່າຍ​ກັບ​ຜູ້ນຳ​ບາງ​ປະ​ເທດ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ. ​ສ່ວນ​ໃນ​ໄລຍະ​ຢ້ຽມຢາມ​ລາວ​ນັ້ນ, ທ່ານຫຼີ​ເຄີ້ສຽງ ຈະ​ພົບ​ປະ​ກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວ ​ທັງ​ຈະ​ຮ່ວມ​ເປັນ​ສັກຂີພິຍານ​ໃນ​ພິທີ​ເຊັນ​ເອກະສານ​ຮ່ວມ​ມືທີ່​ກ່ຽວຂ້ອງ​ລະຫວ່າງ​ສອງ​ປະ​ເທດ. ນອກຈາກ​ນີ້, ທ່ານ​ຍັງ​ຈະ​ເຂົ້າຢ້ຽມ​ຄຳນັບ​ທ່ານ​ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ​ແລະ ທ່ານ​ນາງ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ ພ້ອມ​ທັງ​ຈະ​ເຂົ້າຮ່ວມ​ກິດຈະກຳ​ວັດທະນະທຳ​ທີ່​ກ່ຽວຂ້ອງ​ຕື່ມ​ອີກ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ