ຈີນ​ແລະ​ອາ​ຊຽນຄວນ​ຍຶດໝັ້ນທິດ​ທາງ​ທີ່​ຖືກຕ້ອງ​ໂດຍ​ຖື​​ເອົາການ​ຮ່ວມ​ມື​ເປັນຫຼັກ
2016-09-07 16:05:24  cri 

ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງທີ 19 ກໍ​ຄື ກອງ​ປະຊຸມສຸດ​ຍອດ​ລະນຶກ​ຈີນ​ແລະ​ອາ​ຊຽນສ້າງຕັ້ງການ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ ສປ ລາວ ປະທານ​ໝູນວຽນ​ອາ​ຊຽນ ​ໃນ​ວັນ​ທີ 7 ກັນຍາ​ນີ້.

ກ່ອນ​ໜ້າ​ນີ້, ດຣ. ນາງ ອັກສອນ​ສີ ພານິດ​ສານ ຫົວໜ້າ​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ໄທ-ຈີນ ສະ​ຖາ​ບັນ​ຄົ້ນຄວ້າ​ແຫ່ງ​ຊາດ​ໄທ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ວ່າ: ນີ້​ແມ່ນ​ອີກ​ໜຶ່ງກອງ​ປະຊຸມ​ທີ່​ມີ​ຄວາມ​ສຳຄັນຫຼາຍ, ຂະນະ​ທີ່​ຈີນ​ແລະ​ອາ​ຊຽນຄວນ​ຍຶດໝັ້ນທິດ​ທາງ​ທີ່​ຖືກຕ້ອງ​ໂດຍ​ຖື​​ເອົາການ​ຮ່ວມ​ມື​ເປັນຫຼັກ ​ແລະ​ບໍ່​ຄວນຫວັ່ນ​ໄຫວ​ຄອນ​ແຄນ​ເນື່ອງ​ຈາກ​ປະສົບ​ອຸປະສັກ​ຕ່າງໆ. ທ່ານ​ກ່າວ​ຕື່ມ​ວ່າ: ການ​ຍຶດໝັ້ນລົງ​ເລິກ​ແລະ​ຍົກ​ລະດັບ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນສູງ​ຂຶ້ນ ມີ​ຄວາມ​ສຳຄັນຫຼາຍຕໍ່​ປະຊາຊົນ​ໄທ​ແລະ​ປະ​ເທດ​ໃນ​ພາກ​ພື້ນ. ​ແນວ​ໃດ​ກໍ​ດີ, ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ສະ​ເໜີ​ຂອບ​ການ​ຮ່ວມ​ມື "2+7" ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງທີ 16 ທີ່​ຈັດ​ຂຶ້ນ​​ເມື່ອ​ປີ 2013 ນັ້ນ ​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ພັດທະນາ​ໄທ​​ແລະ​ພາກ​ພື້ນ​ຢ່າງ​ແຂງ​ແຮງ. ນອກ​ນີ້, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ຊຽນບໍ່​ຄວນ​ຖື​ເປັນພຽງ​ແຕ່​ພັດທະນາ​ການ​ຄ້າສິນຄ້າ​ (Tangible Goods Trade)ເທົ່າ​ນັ້ນ, ​ແຕ່​ຄວນ​ຫັນ​ໄປ​ສູ່​ການ​ພັດທະນາ​ການຄ້າ​ການ​ບໍລິການ. ຂະນະ​ທີ່​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ດ້ານ​ການ​ພັດທະນາ​ການສຶກສາ​ແລະ​ການທ່ອງທ່ຽວ ກໍ​ແມ່ນ​ຂໍ້​ສະ​ເໜີ​ທີ່​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ