ນາຍົກ​ຈີນ​ເນັ້ນຢ່າງເດັດ​ດ່ຽວ​ສືບຕໍ່ຊຸກຍູ້​ສາຍ​ພົວພັນ​ຈີນ-ອາ​ຊຽນ​ໃຫ້​ຂະຫຍາຍຕົວ​​ເຂົ້າ​ສູ່​ລວງ​ເລິກ​ຮອບດ້ານ
2016-09-08 10:52:37  cri 
ຕອນ​ເຊົ້າ​ວັນ​ທີ 7 ກັນຍາ​ນີ້ຢູ່​ສູນ​ປະຊຸມ​ແຫ່ງ​ຊາດນະຄອນຫຼວງ​ວຽງ​ຈັນ ສປປ ລາວ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີ ສປ ຈີນ​ແລະ​ທ່ານ ທອງ​ລຸນ​ສີ​ສຸ​ລິດ ນາຍົກລັດຖະມົນຕີ ສປປ ລາວ​​ໄດ້ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຫຼື ອາ​ຊຽນບວກ 1 ຄັ້ງ​ທີ 19 ​ແລະ​ກອງ​ປະຊຸມ​ລະນຶກ​ຈີນ-ອາ​ຊຽນສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ເຈລະຈາ​ຄົບຮອບ 25 ປີ ​ໂດຍ​ມີ​ຜູ້ນຳ 10 ປະ​ເທດ​ສະມາຊິກ​ອາ​ຊຽນ​ເຂົ້າ​ຮ່ວມ.

​ໂອກາດ​ປະກອບ​ຄຳ​ຄິດ​ເຫັນ, ທ່ານ​ຫຼີ​ເຄີ້ສຽງ​ຢືນຢັນ​ວ່າ: ສາຍ​ພົວພັນ​ຈີນ-ອາ​ຊຽນ​ໄດ້​ຜ່ານ​ຜ່າ​ການ​ທົດ​ສອບ​ຈາກ​ສະຖານະ​ການ​ສາກົນ​ທີ່​ຜັນ​ແປ​ສັບສົນ ທັງ​ໄດ້​ສ້າງ​​ແບບຢ່າງ​ທີ່​ປະ​ເທດ​ນ້ອຍ​ໃຫຍ່​ປະຕິບັດ​ຮ່ວມກັນຢ່າງ​ສະ​ເໝີ​ພາບ​ແລະ​ຮ່ວມ​ກັນ​ສະ​ແຫວ​ງຫາ​ການ​ພັດທະນາ. ຕະ ຫຼອດ​ໄລຍະ 25 ປີຜ່ານມາ, ສອງ​ຝ່າຍ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ;​ເຮັດ​ໃຫ້​ເກີດ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ແລະ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ; ສອງ​ຝ່າຍ​ຍຶດໝັ້ນ​​ແກ້​ໄຂ​ຂໍ້​ຂັດ​ແຍ້​ງດ້ວຍ​ການ​ເຈລະຈາ​ແລະ​ປຶກສາ​ຫາລື​ກັນ,ສັນຕິພາບ​ແລະ​ສະ​ເຖຍລະ​ພາ​ບກາຍ​ເປັນ​ຫຼັກ​ແຫ່ງ​ສາຍ​ພົວພັນ​ສອງ​ຝ່າຍ.

ຂະນະ​ດຽວ​ກັນ, ທ່ານ​ຫຼີ​ເຄີ້ສຽງ​ກໍ​ໄດ້ຂໍ້​ສະ​ເໜີ 5 ຂໍ້​ກ່ຽວ​ກັບ​ການ​​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຈີນ-ອາ​ຊຽນຄື:

ໜຶ່ງ: ຂຽນປະຫວັດສາດ​ແຫ່ງ​ສາຍ​ພົວພັນ​ຈີນ-ອາ​ຊຽນ​ໜ້າ​ໃໝ່. ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ເຊື່ອມຕໍ່ເປົ້າໝາຍແລະທິດທາງການ ພັດທະນາ, ສືບ​ຕໍ່​ກໍ່ສ້າງ​ປະຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຈີນ-ອາ​ຊຽນ​ໃຫ້​ແໜ້ນ​​ແຟ້ນຍິ່ງ​ຂຶ້ນ.

ສອງ: ກໍ່ສ້າງ​ເວທີ​ໃໝ່​ເພື່ອ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ. ຈີນ​ຍິນ​ດີ​ປຶກສາ​ຫາລື​ກັບປະ​ເທດ​ສະມາຊິກ​ອາ​ຊຽນ​ເພື່ອ​ເຊັນ​ສົນທິສັນຍາຮ່ວມ​ມື​ແລະໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ໂດຍ​ໄວ ​ເພື່ອ​ສ້າງສິ່ງ​ຄ້ຳປະກັນ​ດ້ານ​​ກົດໝາຍ​ໃຫ້​ແກ່​ມິດຕະພາບ​ຍາວ​ນານ​ຂອງ​ສອງ​ຝ່າຍທັງ​ສະໜັບສະໜູນ​ຄວາມ​ພະຍາຍາມ​ຂອງ​ອາ​ຊຽນ​ເພື່ອ​ສ້າງ​​ເຂດ​ປອດ​ອາວຸດ​ນິວ​ເຄລຍອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

​ສາມ: ສ້າງ​ພະລັງ​ແຮງ​​ໃໝ່​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ. ຊຸກຍູ້​ການ​ຜັນ​ຂະຫຍາຍ​ໝາກຜົນ​ທີ່​ກ່ຽວຂ້ອງ​ກັບ​ອະນຸ​ສັນຍາ​ວ່າ​ດ້ວຍ​ການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໃຫ້​ປະຕິບັດຕົວ​ຈິງ​ໂດຍ​ໄວ ​ແລະ​ຍົກ​ລະດັບ​ຄວາມ​ເສລີ​ແລະ​ຄວາມ​ສະດວກ​ໃນ​ການ​ຄ້າ​ແລະ​ການ​ລົງທຶນ​ໃຫ້​ສູງ​ຂຶ້ນ​ຕື່ມອີກ.

ສີ່: ສ້າງ​ເຄົາ​ຄ້ຳ​ໃໝ່​ເພື່ອ​ການ​​ແລກປ່ຽນ​ຮ່ວມ​ມື​ດ້ານ​ວັດທະນະທຳ​ ​ໂດຍ​ຖື​ເອົາ​ການ​ຮ່ວມ​ມື​ດ້ານການ​ສຶກສາ​ແລະການທ່ອງທ່ຽວ​ເປັນ​​ບູລິ​ມະ​ສິດ, ​ເພີ່ມ​ເນື້ອ​ໃນການ​​ແລກປ່ຽນ​ຮ່ວມ​ມື​ດ້ານ​ວັດທະນະທຳຕື່ມ​ອີກ ທັງ​ປະດິດ​ສ້າງ​ຮູບ​ແບບ​ການ​ແລກປ່ຽນ​ໃຫ້​ຫຼາຍ​ຂຶ້ນ​ແລະ​ຍົກ​ລະດັບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ, ສ້າງການ​ແລກປ່ຽນ​ດ້ານ​ວັດທະນະທຳໃຫ້​ເປັນ​ເສົາ​ຄ້ຳ​ໃຫຍ່​ທີ 3 ​ຂອງ​ການ​ຮ່ວມ​ມື​ຈີນ-ອາ​ຊຽນແລະ​ສຸດ​ທ້າຍ​ຄື ຮ່ວມ​ກັນ​ສ້າງ​ສະພາບ​ການ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ​ເປີດ​ນຳ​ໃຊ້​ກອງ​ທຶນ​ສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ຢ່າງ​ເປັນ​ທາງ​ການ​ເພື່ອ​ສະໜັບສະໜູນ​ໂຄງການ​​ແລກປ່ຽນ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ.

ທ່ານ​ຫຼີ​ເຄີ້ສຽງ​ຍັງ​ກ່າວ​ເນັ້ນ​ວ່າ: ຕະຫຼອດ​ໄລຍະ 25 ປີຜ່ານມາ​ເປັນ "​ໄລຍະ​ເຕີບ​ໃຫຍ່"ທີ່​ການ​ພົວພັນຈີນ-ອາ​ຊຽນພັດທະນາ​ຢ່າງ​ວ່ອງ​ໄວ, ​ຂະນະ​ທີ່ 25 ປີ​ຕໍ່ໜ້າ​ຈະເປັນ​ "​ໄລຍະ​ເຕີບ​​ໃຫຍ່​ສົມບູນ"ທີ່​ການ​ພົວພັນ​ສອງ​ຝ່າຍ​ຈະ​ໄດ້​ຮັບ​ການຍົກ​ລະດັບ​ແລະ​ມີ​ຄຸນ​ນະພາ​ບສູງ​ຂຶ້ນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ອາ​ຊຽນສ້າງ​ຄວາມ​ໝັ້ນ​ໃຈ​ຢ່າງໜັກ​ແໜ້ນ, ສືບ​ທອດ​ອັນ​ເກົ່າ​ພັດທະນາ​ອັນ​ໃໝ່​ເພື່ອ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ໃຫ້​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ​ຮອບດ້ານ​ກວ່າ​ເກົ່າ​ໃນອີກ 25 ປີ​ຕໍ່ໜ້າ ​ທັງ​ປະກອບສ່ວນ​ເພື່ອ​ສັນຕິພາບ​ວັດທະນາຖາວອນ​ແລະ​ສ້າງຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ​ໃນ​ພາກ​ພື້ນ​ກໍ​ຄື​​ໂລກ​ໃຫ້ຫຼາຍ​ກວ່າ​ເກົ່າ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ