ກອງ​ປະຊຸມ​ສຸດ​ຍອດຈີນ-​ອາ​ຊຽນຮັບຮອງ​ເອົາ "ທິດ​ທາງ​ກ່ຽວ​ກັບ​ການ​ສ້າງສາຍ​ດ່ວນ​ລະດັບເຈົ້າໜ້າ​ທີ່​ການ​ທູດ​ຂັ້ນສູງ​ເພື່ອ​​ແກ້​ໄຂສະພາວະ​ສຸກ​ເສີນ​ທາງ​ທະ​ເລ​ລະຫວ່າງ​ຈີນກັບ​ບັນດາປະ​ເທດ​​ອາ​ຊຽນ"
2016-09-08 10:45:49  cri 

​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຈີນ-ອາ​ຊຽນຄັ້ງທີ 19 ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງວຽງ​ຈັນ ສປປ ລາວ, ຜູ້ນຳ​ຈີນ​ແລະຜູ້ນຳ​ປະ​ເທດ​ໃນ​ອາ​ຊຽນ ​ໄດ້​ຮັບຮອງ​ເອົາ "ທິດ​ທາງກ່ຽວ​ກັບ​ການ​ສ້າງສາຍ​ດ່ວນ​ເຈົ້າໜ້າ​ທີ່​ການ​ທູດ​ຂັ້ນສູງ​ເພື່ອ​ຮັບ​ມື​ກັບ​ສະພາວະ​ສຸກ​ເສີນ​ທາງ​ທະ​ເລ​ລະຫວ່າງ​ຈີນ-ປະ​ເທດ​ໃນ​ອາ​ຊຽນ" ຫຼັງ​ໄດ້​ຮ່ວມ​ກັນ​ພິຈາລະນາ​ໃນ​ວັນ​ທີ 7 ກັນຍາ​ນີ້.

ທິດ​ທາງດັ່ງກ່າວ​ແມ່ນ​ໜຶ່ງ​ໃນ​ເອກະສານທີ່​ເປັນ​ໝາກຜົນ​ສຳຄັນ​ຂອງ​ກອງ​ປະຊຸມ ​ໂດຍໄດ້​ກຳນົດ​ຈຸດປະສົງ, ຂອບ​ເຂດ​ທີ່​ເໝາະ​ສຳລັບນຳໃຊ້, ການ​ໃຫ້​​ນິຍາມສັບ​ວິຊາ​ການ, ການ​ກຳນົດ​ຈຸດ​ພົວພັນ​ກັນ, ລະບຽບ​ການ​ນຳ​ໃຊ້ ​ແລະ​ອື່ນໆ ຂອງ​​ສາຍ​ດ່ວນລະດັບເຈົ້າໜ້າ​ທີ່​ການ​ທູດ​ຂັ້ນສູງ ​ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ສາຍ​ດ່ວນ​ດັ່ງກ່າວ​ໄດ້​ເລີ່​ມນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ. ​​ແນວ​ໃດ​ກໍ​ດີ, ພາຍຫຼັງສ້າງສາ​ຍດ່ວນ​ດັ່ງ​ກ່າວ​​ແລ້ວ, ​ເຈົ້າໜ້າ​ທີ່​ຂັ້ນສູງກະຊວງ​ການ​ຕ່າງປະ​ເທດ​ຂອງປະ​ເທດ​ຕ່າງໆຈະ​ສາມາດ​ແລກປ່ຽນ​ແລະ​ປະສານ​ງານ​ກັນ​​ເມື່ອ​ເກີດ​ສະພາບ​ສຸກ​ເສີນ ​ເພື່ອ​ຄວບ​ຄຸມ​ຄວາມ​ສ່ຽງ, ປຶກສາ​ຫາລືຮ່ວມ​ກັນ ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຈີນ​ໃຕ້.

ການ​ສ້າງສາ​ຍດ່ວນ​ລະດັບເຈົ້າໜ້າ​ທີ່​ການ​ທູດ​ຂັ້ນສູງ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ຄວາມ​ປາຖະໜາ​ຂອງ​ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນທີ່​ດຳ​ເນີນ​ການ​ຮ່ວມ​ມືທາງ​ທະ​ເລຢ່າງແທ້​ຈິງ​ໂດຍ​ປິ່ນ​ອ້ອມ​ການຈັດຕັ້ງປະຕິບັດ "ຖະ​ແຫຼງການ​ແຫ່ງ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງຮອບດ້ານ​ແລະ​ມີ​ປະສິດທິ​ຜົນ ​ແລະ​ຄວາມ​ຕັດສິນ​ໃຈ​ຂອງປະ​ເທດ​ໃນ​ພາກ​ພື້ນທີ່​ຮ່ວມ​ມື​ກັນ​ຄວບ​ຄຸມ​ຄວາມ​ສ່ຽງ​ທາງ​ທະ​ເລ, ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຈີນ​ໃຕ້. ​ແນວ​ໃດ​ກໍດີ, ຈີນ​ແລະ​ປະ​ເທດ​ໃນ​ອາ​ຊຽນ​ໄດ້ຢັ້ງຢືນ​ດ້ວຍ​ການ​ກະທຳ​ຕົວ​ຈິງ​ອີກ​ເທື່ອ​ໜຶ່ງວ່າ ປະ​ເທດ​ໃນ​ພາກ​ພື້ນ​ມີ​ຄວາມ​ໝັ້ນ​ໃຈ, ມີ​ຄວາມ​ສາມາດ, ມີ​ຄວາມ​ຕັດສິນ​ໃຈ ​ແລະ ມີ​ຄວາມ​ປາຖະໜາ ​ໃນ​ການ​ປົກ​ປັກຮັກສາສັນຕິພາບ​ແລະ​ສະຖຽນ​ລະ​ພາບ ​ແລະ​ຊຸກຍູ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະການພັດທະນາ​ໃນ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ