ນາ​ຍົກ​ຈີນ​ເນັ້ນ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະຫວ່າງ​ອາ​ຊຽນກັບ​ຈີນ,ຍີ່ປຸ່ນ​ແລະ​ສ.​ເກົາຫຼີ ຢ່າງ​ໜັກ​ແໜ້ນ ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ
2016-09-08 11:18:31  cri 
ຕອນ​ບ່າຍ​ວັນ​ທີ 7 ກັນຍາ​ນີ້ ຢູ່ສູນ​ປະຊຸມແຫ່ງ​ຊາດ​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ, ທ່ານ ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້ນຳ​ອາຊຽນກັບ​ຈີນ,ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ ຄັ້ງ​ທີ 19 ຫຼື 10+3 ​ໂດຍຜູ້ນຳ​ 10 ປະ​ເທດ​ອາ​ຊຽນ,ທ່ານ ຊິນ​ໂຈະ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ ​ແລະ ທ່ານ​ນາງ ປັກ​ກຸນ​ເຮ ປະທານາທິບໍດີ ສ.​ເກົາຫຼີ ​ໄດ້ເຂົ້າ​ຮ່ວມ ​ແລະ ທ່ານ ທອງ​ລຸນ ສີ​ສຸດ​ລິດ ນາຍົກລັດຖະມົນຕີລາວ​ເປັນ​ປະ​ທານ​ກອງ​ປະຊຸມ.

ທ່ານ ຫຼີ​ເຄີ້ສຽງ ​ໄດ້ປາ​ໄສ​ວ່າ: ການ​ຮ່ວມ​ມື 10+3 ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 19 ປີ​​ແລະ​ໄດ້​ຮັບໝາກຜົນ​ທີ່​ສຳຄັນ ​ແລະ​ໃນ​​ໂອກາດ​ຕ້ອນຮັບ​ການ​ຮ່ວມ​ມື 10+3 ຄົບຮອບ 20 ປີ​ໃນ​ປີໜ້າ, ບັນ​ດາ​ຝ່າຍ​ຄວນ​ຖື​ນີ້​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່,ປັບປຸງ​ແລະ​ເສີມ​ຂະຫຍາຍ​ບົດບາດ​ຕົ້ນ​ຕໍ​ຂອງ10+3 ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ເສດຖະກິດ​ພາກ​ພື້ນ. ​ແນວ​ໃດ​ກໍ​ດີ​ຂໍ້ສະ​ເໜີ 6 ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ມື 10+3 ນີ້​ຕ້ອງ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ປາກົດ​ຜົນ​ເປັນ​ຈິງ​ເຊັ່ນ:
ໜຶ່ງ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພການ​ເງິນ. ຈີນ​ສະໜັບ
ສະໜູນ​ 10+3 ຍົກ​ສູງ​ຄວາມ​ສາມາດ​ການ​ຕິດຕາມ​ເສດຖະກິດ​ມະຫາ​ພາກ.
ສອງ,ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ກາ​ນລົງທຶນ ​ໂດຍຈີນ​ສະໜັບສະໜູນ​ອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແກນ​ນຳ​ໃນ​ການ​ເຈລະຈາ​ສັນຍາ RCEP ​ແລະ ຫວັງ​ວ່າ​ບັນດາ​ຝ່າຍ​ສາມາດ​ເລັ່ງລັດ​ຂະ​ບວນການ​ເຈລະຈາ,ຊຸກຍູ້​ການ​ຄ້າ​ຢູ່​ໃນ​ພາກ​ພື້ນ​ໃຫ້​ມີ​ເສລີ​ພາບແລະ​​ສະດວກ​ສະບາຍ.
ສາມ,ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ແລະ​ຫຼຸດຜ່ອນ​ຄວາມທຸກ​ຍາກ. ຈີນ​ສະໜັບສະໜູນ​ເພີ່ມ​ທະວີ​ການ​ສ້າງ​ກົນ​ໄກ​ຄັງສຳຮອງ​ສຸກ​ເສີນ​ເຂົ້າສານ 10+3,ຈະ​ສືບ​ຕໍ່​ຈັດ​ກອງ​ປະຊຸມ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ 10+3 ​ໃຫ້​ດີ.
ສີ່,ຊຸກຍູ້​ການ​ກໍ່ສ້າງ​ການ​ເຊື່ອມ​ຈອດ​ກັນ. ຈີນ​ສະໜັບສະໜູນ​ອາ​ຊຽນວາງ "​ແຜນການ​ລວມການ​ເຊື່ອມ​ຈອດ​ກັນ​ອາ​ຊຽນ 2025", ຍິນ​ດີ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ"ກັບ​ແຜນການ​ດັ່ງກ່າວ,​ນຳ​ໃຊ້​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ຫຼື AIIB ​ແລະ​ເວທີ​ລະດົມ​ທຶນ​ອື່ນໆ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ໃນໂຄງການ​ກັບປະ​ເທດ​ອາ​ຊຽນ.
ຫ້າ,ປະດິດ​ສ້າງ​ຮູບ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດການ​ຜະລິດ​ໃໝ່​ໂດຍຈີນ,ຍີ່ປຸ່ນ​ແລະ ສ.​ເກົາຫຼີ ລ້ວນ​ແຕ່​ມີ​ທ່າ​ແຮງ​ຂອງ​ຕົນ​ຫຼາຍ​ດ້ານ​ເຊັ່ນ: ການ​ຜະລິດ​​ເຄື່ອງ​ປະກອບ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ,ທຶນຮອນ​ແລະ​ຊັບພະຍາກອນ​ມະນຸດ​ເປັນ​ຕົ້ນ, ຈະສາມາດຄົ້ນຄວ້າ​ປຶກສາ​ຫາລືກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດກັບປະ​ເທດ​​ໃນອາ​ຊຽນ​​.
ຫົກ,​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ. ຈີນ​ສົ່ງ​ເສີມ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ປະ​ເທດ​ໃນ​ອາ​ຊຽນ. ບັນດາ​ປະ​ເທດ​ຄວນດຳ​ເນີນ​ການ​ຮ່ວມ​ມື​​ເພື່ອ​ຮັບ​ມື​ກັບ​ບັນຫາຜູ້​ຊະລານັບ​ມື້​ນັບ​​ເພີ່ມ​ຫຼາຍ​ຂຶ້ນ.

ທ່ານ ຫຼີ​ເຄີ້ສຽງ ຊີ້​​ໃຫ້​ເຫັນ​ອີກວ່າ: ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ອາຊີ​ນັ້ນ​ເປັນ​ໄປ​ບໍ່​​ໄດ້​ທີ່​ຈະປາສະຈາກ​ສະພາບ​ແວ​ດລ້ອມ​ທີ່​ມີ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​​ເຊິ່ງຈຸດ​ນີ້, ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ຝ່າຍ​ພະຍາຍາມ​ເພີ່ມ​ທະວີ​ການ​ຮ່ວມ​ມື 10+3 ​ເຮັດ​ໃຫ້​ພາກ​ພື້ນ​ນີ້​ກາຍ​ເປັນ​​ເຂດ​ແຫ່ງສັນຕິພາບ​ແລະ​ຄວາມ​ໝັ້ນຄົງ,ກາຍ​ເປັນຫົວ​ຈັກ​ນຳ​ໜ້າ​ໃໝ່​ໃນ​ການ​ພັດທະນາ​ເສດຖະກິດ​ຂອງພາກ​ພື້ນ,ປະກອບ​ສ່ວນປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ໂລກ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​​ແກ່​ປະຊາຊົນ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໃຫຍ່​ຫຼວງ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ