ຈີນ-ອາຊຽນອອກຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ລະນຶກການ ສ້າງ​ຕັ້ງ​ສາຍ​ພົວພັນ ຄູ່​ເຈລະຈາຄົບຮອບ 25 ປີ
2016-09-08 15:32:55  cri 

ວັນ​ທີ 7 ກັນຍາ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ລະ​ນຶກຈີນ​-​ອາຊຽນສ້າງ​ຕັ້ງ​ສາຍພົວພັນຄູ່​ເຈລະຈາ​ຄົບຮອບ 25 ປີຢູ່ນະຄອນຫຼວງ​ວຽງ​ຈັນ​ຂອງ​ລາວ, ໄດ້​ອອກ ຖະ​ແຫຼງການ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ລະ​ນຶກຖະ​ແຫຼງການ​ຮ່ວມ​ຄວາມ​ສາມາດ​ຜະລິດ ​ແລະ ເອກະສານ​ຫຼາຍ​ສະບັບ​ກ່ຽວ​ກັບ​ການ​ຮ່ວມ​ມື​ຄວາມ​ປອດ​ໄພ​ຢູ່​​ເທິງ​ທະ​ເລ. ຖະ​ແຫຼ​ງການ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ລະ​ນຶກ​ແມ່ນມະຫາ​ພາກ​ແລະ​ຮອບດ້ານ​ທີ່​ສຸດ​ໃນ​ເອກະສານຫຼາຍ​ສະບັບທັງມີ​ຄວາມ​ໝາຍ​ຊີ້​ນຳ​ອັນ​ສຳຄັນ​ຕໍ່​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໃນຕໍ່ໜ້າ.

ຖະ​ແຫຼ​ງການ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ​ລະ​ນຶກ​ໄດ້ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ຂອງການ​ພົວພັນ​ລະຫວ່າງ​ສອງ​ຝ່າຍທີ່​ຂະຫຍາຍຕົວ. ສອງ​ຝ່າຍ​ໄດ້​ກ່າວ​ຢ້ຳ​ເຖິງນະ​ໂຍບາຍຂອງກັນ​ແລະ​ກັນ, ຝ່າຍ​ຈີນ​ຊົມ​ເຊີຍການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ, ສະໜັບສະໜູນ​ຂະ​ບວນ​ເຊື່ອມ​ໂຍງ​ເຂົ້າກັນ, ສະໜັບສະໜູນ​ຖານະ​ເປັນ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ການ​ອົງ​ປະກອບ​ພາກ​ພື້ນ. ອາ​ຊຽນກ່າວ​ຢ້ຳວ່າການ​ພັດທະນາ​ຂອງ​ຈີນ​ແມ່ນ​ໂອກາດ​ສຳຄັນ​ຕໍ່​ພາກ​ພື້ນຕົນ, ສະໜັບສະໜູນ​ຈີນ​ພັດທະນາ​ໂດຍ​ສັນຕິ​ແລະ​ຈະ​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ​ແຕ່​ຕົ້ນ​ຕະຫຼອດ​ປາຍ.

ຖະ​ແຫຼ​ງການ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ລະ​ນຶກ​ໄດ້​ຮັບຮອງ​ເອກະສານ​ສອງ​ສະ​ບັບ ​​ຄື ​ທິດ​ທາງການ​ສ້າງ​ຕັ້ງ​ສາຍ​ດ່ວນ​ລະດັບເຈົ້າ​ໜ້າ​ທີ່​ການ​ທູດ​ຂັ້ນ​ສູງ​ເພື່ອ​ແກ້​ໄຂ​ສະພາວະ​ສຸກ​ເສີນຢູ່​​ເທິງ​ທະ​ເລ ​ແລະ ຖະ​ແຫຼ​ງການ​ຮ່ວມ​ນຳ​ໃຊ້ "​ກົດ​ລະບຽບ​ການ​ພົບກັນ​ໂດຍ​ບັງ​ເອີນ​ຢູ່​ເທິງ​ທະ​ເລ" ຢູ່ທະ​ເລ​ຈີນ​ໃຕ້, ​ເຊິ່ງ​ເປັນ​ການ​ສະ​ແດງ​​ໃຫ້​ເຫັນ​ເຖິງຄວາມ​ປາຖະໜາ​ອັນ​ຕັ້ງໜ້າ​ແລະ​ຄວາມ​ຝັນ​ເອກະ​ພາບ​ກັນ​ທີ່ສຳຄັນ​ຂອງ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ໃນ​ການ​ກັບ​ຄືນ​ສູ່​ຂອບ​ພາກ​ພື້ນ​ໂດຍ​ເອົາ​ຖະ​ແຫຼ​ງການ​ເປັນ​ສຳຄັນ​ແລະກັບ​ຄືນສູ່​​ເສັ້ນທາງ​ອັນ​ຖືກຕ້ອງ​​ໃນ​ການແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນໂດຍ​ຜ່ານ​ການ​​ເຈລະຈາ​ແລະເປິກສາຫາລື​ສອງ​ຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ