ທ່ານຫຼີເຄີ້ສຽງສະ​ແດງຫຼັກໝັ້ນຂອງຈີນກ່ຽວກັບ ບັນຫາ ທະເລຈີນ​ໃຕ້ໃນ ກອງປະຊຸມຜູ້ນຳ ຈີນ-ອາຊຽນຄັ້ງທີ 19
2016-09-08 16:19:05  cri 
    ກອງປະຊຸມຜູ້ນຳຈີນ-ອາຊຽນຄັ້ງທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ວຽງຈັນ ສປປລາວ ໃນຕອນເຊົ້າວັນທີ 7 ກັນຍານີ້, ​ແລະ​ໃນ
ໂອກາດດັ່ງກ່າວ ທ່ານຫຼີເຄີ້ສຽງ ນາຍົກລັດ ຖະມົນຕີຈີນໄດ້ສະ​ແດງຫຼັກໝັ້ນແລະເຈດຕະນາຂອງຈີນກ່ຽວກັບບັນຫາທະເລຈີນໃຕ້.  

     ທ່ານຫຼີເຄີ້ສຽງກ່າວວ່າ, ຈາກຄວາມພະຍາຍາມຮ່ວມກັນຂອງຈີນ ແລະບັນດາປະເທດ ອາຊຽນ, ປັດຈຸບັນສະຖານະການທະເລຈີນ
ໃຕ້ພວມກ້າວໄປສູ່ທິດທີ່ຕັ້ງໜ້າ. ພຶດຕິກຳໄດ້ ຢືນ ຢັນແລ້ວວ່, ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້
(DOC) ທີ່ຈີນ ກັບບັນດາປະເທດອາຊຽນບັນລຸໄວ້ໂດຍອີງຕາມກົດໝາຍລະຫວ່າງຊາດນັ້ນແມ່ນກົດລະບຽບ ພາກພື້ນທີ່ບັງເກີດຜົນ.

  ໃນ10 ກວ່າປີທີຜ່ານມາ, ຈີນແລະບັນດາປະເທດ​ໃນອາຊຽນໄດ້ຮ່ວມກັນ ປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງທະເລ
ຈີນໃຕ້, ​ໂດຍຖະແຫຼງການດັ່ງກ່າວໄດ້ ກຳນົດຫຼັກການໃຫ້ປະເທດທີ່ກ່ຽວຂ້ອງກັບບັນຫານີ້ໂດຍກົງນັ້ນແກ້ໄຂໂດຍສັນຕິດ້ວຍການເຈ
ລະຈາກັນອັນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນ. ຈີນ​ແລະປະເທດຕ່າງໆໃນອາຊຽນພວມຊຸກຍູ້ ການປຶກສາຫາລືກ່ຽວກັຫຼັກມາດຖານ
ການປະພຶດຢູ່ທະເລຈີນໃຕ້(COC) ບົນພື້ນຖານຖະ ແຫຼງການດັ່ງກ່າວ, ເຊິ່ງຈຸດປະສົງກໍເພື່ອແກ້ໄຂບັນຫາທະເລຈີນໃຕ້ຢ່າງເເໝາະ
ສົມ, ກ່ອນ ແກ້ໄຂຄວາມຂັດແຍ້ງກັນກໍຄວນຄວບຄຸມຄວາມເຫັນທີ່ແຕກຕ່າງກັນ, ພະຍາຍາມແກ້ໄຂຄວາມ ຂັດແຍ້ງກັນແລະຊຸກຍູ້ການ
ຮ່ວມມືກັນ. ໃນກອງປະຊຸມຄັ້ງນີ້ຈະຮັບຮອງ​ເອົາ "ທິດທາງກ່ຽວກັບ ການສ້າງສາຍດ່ວນລະດັບເຈົ້າໜ້າທີ່​ການ​ທູດຂັ້ນສູງເພື່ອແກ້ໄຂສະ
ພາວະສຸກເສີນທາງທະເລ ລະຫວ່າງຈີນກັບບັນດາປະເທດ​ໃນອາຊຽນ"ແລະ"ຖະແຫຼງການຮ່ວມລະຫວ່າງຈີນກັບປະເທດ ອາຊຽນກ່ຽວ
ກັບການນຳໃຊ້ກົດລະບຽບການພົບກັນທາງທະເລຢ່າງບັງເອີນຢູ່ທະເລຈີນໃຕ້", ຈາກ​ນີ້ຈຶ່ງເຊື່ອວ່າທັງທິດ​ທາງ​ແລະ​ຖະແຫຼງການຮ່ວມ
ເຫຼົ່ານີ້ຈະມີບົດບາດສຳຄັນຕໍ່ກາເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈກັນ, ຫຼຸດຄວາມສ່ຽງທາງທະເລ ລົງ, ປົກປັກຣັກສາສັນຕິພາບແລະສະ
ຖຽນລະພາບຂອງທະເລຈີນໃຕ້.

     ທ່ານຫຼີເຄີ້ສຽງກ່າວເນັ້ນວ່າ,  ສັນຕິພາບແລະສະຖຽນລະພາບຂອງ​ທະ​ເລ​ຈີນ​ໃຕ້​ພົວພັນ​ກັບຄວາມຈະເລີນຮຸ່ງເຮືອງ ແລະການພັດ
ທະນາຂອງ​ປະ​ເທດ​ໃນ​ພາກ​ພື້ນ​ນີ້. ທະເລຈີນໃຕ້ມີຄວາມສະຫງົບ, ບັນດາປະເທດກໍ ຈະເປັນຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ. ປະ
ຫວັດສາດ ແລະສະ ພາບຄວາມເປັນຈິງໄດ້ຢືນຢັນມາຫຼາຍເທື່ອແລ້ວວ່າ, ບັນດາປະເທດ ຢູ່ພາກພື້ນນີ້ມີແຕ່ ກຳກັບກະແຈການແກ້
ໄຂບັນຫານີ້ຢູ່ໃນກຳມືຂອງຕົນເອງທໍ່ນັ້ນ, ທະເລຈີນໃຕ້ຈິ່ງຈະມີສັນຕິ ພາບແລະສະຖຽນລະພາບໄດ້. ຈີນຍິນດີຮ່ວມມືກັບບັນດາປະເທດ
​ໃນອາຊຽນ ລົບລ້າງ ສິ່ງກີດ ຂວາງຕ່າງໆ, ປະຕິບັດຕາມເນື້ອໃນຈິດໃຈຂອງຖະແຫຼງການວ່າ ດ້ວຍການປະພຶດຂອງບັນດາຝ່າຍ
ຢູ່ທະເລຈີນໃຕ້ ແລະແນວຄິດໃຫ້ ປະເທດທີ່ກ່ຽວຂ້ອງກັບບັນຫາທະເລຈີນໃຕ້ໂດຍກົງນັ້ນ ແກ້ໄຂຄວາມ ຂັດແຍ້ງກັນດ້ວຍສັນຕິວິທີ
ແລະໃຫ້ຈີນກັບບັນດາປະເທດອາຊຽນຮ່ວມ ກັນປົກປັກ ຮັກສາສັນຕິພາບແລະສະຖຽນລະພາບຂອງທະເລຈີນໃຕ້ເພື່ອກຳກັບ ແລະ
ແກ້ໄຂບັນຫານີ້ຢ່າງ ເໝາະສົມ, ເພື່ອສ້າງທະເລຈີນໃຕ້ໃຫ້ເປັນທະເລແຫ່ງສັນຕິພາບ ມິດຕະພາບ ແລະການຮ່ວມມືທີ່ ສ້າງຄວາມ
ຜາສຸກໃຫ້ແກ່ພາກພື້ນນີ້.    ຜູ້ນຳບັນດາປະເທດອາຊຽນທີ່​ເຂົ້າຮ່ວມກອງປະຊຸມຄັ້ງ​ນີ້ໄດ້ຊົມເຊີຍຈີນທີ່ ໄດ້ພະຍາ ຍາມຊຸກຍູ້ການປຶກ
ສາຫາລືຫຼັກມາດຖານກ່ຽວກັບການປະພຶກຢູ່ທະເລຈີນໃຕ້,ແລະຊົມ​ເຊີຍກອງປະຊຸມທີ່ຮັບຮອງ"ທິດທາງກ່ຽວກັບການສ້າງສາຍດ່ວນລະ
ດັບເຈົ້າໜ້າທີ່ການ​ທູດຂັ້ນສູງ ເພື່ອແກ້ໄຂສະພາວະສຸກເສີນທາງທະເລລະຫວ່າງຈີນກັບບັນດາປະ ເທດອາຊຽນ"ແລະ "ຖະແຫຼງການ
ຮ່ວມລະຫວ່າງຈີນກັບປະເທດ ​ໃນອາຊຽນກ່ຽວກັບການນຳໃຊ້ກົດລະບຽບການພົບພໍ້ ກັນທາງທະເລຢ່າງບັງເອີນຢູ່ທະເລຈີນໃຕ້",ຍິນດີ
ຜັນຂະຫຍາຍຖະແຫຼງການວ່າດ້ວຍ ການປະ ພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ເປັນຢ່າງດີ, ຍຶດໝັ້ນໃຫ້ແກ້ໄຂບັນຫາທະເລຈີນໃຕ້
ໂດຍຜ່ານການປຶກສາຫາລືຢ່າງສັນຕິ, ເພື່ອບໍໃຫ້ຄວາມເຫັນທີ່ແຕກຕ່າງກັນນັ້ນກະທົບເຖິງ ສະພາບກວມລວມຂອງການພັດທະນາ
ສາຍພົວພັນລະຫວ່າງຈີນ-ອາຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ