ນາຍົກລັດຖະມົນຕີຈີນ-ລາວ​ພົບ​ປະ​ເຈລະຈາ​ກັນ
2016-09-09 11:22:46  cri 

ຕອນ​ຄ່ຳ​ວັນ​ທີ 8 ກັນຍາ​ນີ້​ຢູ່​ສຳນັກງານ​ນາຍົກລັດຖະມົນຕີ​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ, ທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ທອງລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ສປປ ລາວ.

ໂອກາດ​ດັ່ງກ່າວ,ທ່ານ​ຫຼີ​ເຄີ້ສຽງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍລາວ​ທີ່​ປະສົບ​ຜົນສຳ​ເລັດ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ພ້ອມ​ດ້ວຍ​ກອງ​ປະຊຸມ​ກ່ຽວຂ້ອງ​ອື່ນໆ. ທ່ານ​ຫຼີ​ເຄີ້ສຽງ​ຢືນຢັນ​ວ່າ: ຈີນ-ລາວ​ມີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນຫຼາຍ​ໃນ​ທາງ​ການ​ເມືອງທັງຮ່ວມ​ມື​ກັນ​ຢ່າງຮອບດ້ານ​​ທາງ​ເສດຖະກິດ ​ແລະ​ແລກປ່ຽນ​ການເຊື່ອມ​ໂ​ຍງ​ເຂົ້າກັນ​ຢ່າງ​ກວ້າງຂວາງ​ໃນ​ດ້ານ​ວັດທະນະ​ທຳ ​ເຊິ່ງບໍ່​ພຽງ​ແຕ່​ສ້າງ​ຄວາມ​ສົມບູນ​ພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ເທົ່າ​ນັ້ນ, ຍັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາ​ບ,ສະ​ເຖຍລະ​ພາບ​ແລະ​ການ​ພັດທະນາ​ຂອ​ງພາກ​ພື້ນ​ອີກ​ດ້ວຍ. ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ຖື​ເອົາ​ວັນ​ສ້າງ​ຕັ້ງ​ສາຍ​ພົນ​ພັນ​ທາງ​ການທູດ​ຈີນ-ລາວ​ຄົບຮອບ 55 ປີ​ເປັນ​ໂອກາດ​ທີ່​ດີ​ເພື່ອ​ຮັກສາ​ການ​ໄປມາຫາສູ່​ກັນ​ຢ່າງ​ສະໜິດ​ແໜ້ນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ, ​ເພີ່ມ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ດ້ານ​ຍຸດ​ທະ​ສາດ​ແລະ​ປະສານ​ງານ​ກັນ, ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນທຸກ​ຂົງ​ເຂດ​ຢ່າງ​ໜັກ​ໜ້ນ​ແລະ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ລາວ​ໃຫ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຫຼີ​ເຄີ້ສຽງ​ເນັ້ນ​ວ່າ​ຈີນ​ຍິນ​ດີ​ສືບ​ຕໍ່​ປະສານ​ງານ​ກັບ​ລາວຢ່າງ​ໃກ້ຊິດ​ແລະ​ສະ​ໜັບສະ​ໜູນ​​ເຊິ່ງກັນ​ແລະ​ກັນ​ຢ່າງ​ເດັດດ່ຽວ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ. ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ​ຢ່າງ​ໃກ້ຊິດ​ພາຍ​ໃນ​ຂອບ​ຫຼາຍ​ຝ່າຍ​ເຊັ່ນ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ, ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ເພື່ອ​ສ້າງ​ຄວາມ​ສົມບູນພູນ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ກໍ​ຄື​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ທ່ານ​ທອງ​ລຸນ​ສີ​ສຸ​ລິດ​ຢືນຢັນ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກ​ຫຼີ​ເຄີ້ສຽງ​ເທື່ອ​ນີ້​ພໍດີ​ກົງ​ກັບ​ລາວ-ຈີນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 55 ປີ ​ເຊິ່ງມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ຕໍ່​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ສອງ​ປະ​ເທດ. ການ​ທີ່ທ່ານ​ນາຍົກ​ຫຼີ​ເຄີ້ສຽງ​ນຳພາ​ຄະນະ​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກພ້ອມ​ດ້ວຍ​ກອງ​ປະຊຸມ​ກ່ຽວຂ້ອງ​ອື່ນໆ​ນັ້ນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ມິດຕະພາບ​ລະ ຫວ່າງ​ສອງ​ປະ​ເທດ ທັງ​ເປັນ​ການ​ໃຫ້​ກຳລັງ​​ໃຈ​ແລະສະໜັບສະໜູນລາວ​ໃນ​ຖານະ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ອາ​ຊຽນຢ່າງ​ຍິ່ງ​ໃຫຍ່. ​ຂະນະ​ດຽວ​ກັນ, ລາວ​ກໍ​ຊົມ​ເຊີຍ​ຈີນ​ທີ່​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ G20 ຫັງ​ໂຈ່​ວ. ສາຍ​ພົວພັນ​ທາງ​ການ​ເມືອງ​ແລະ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ລາວ-ຈີນ​ໄດ້​ຂະຫຍາຍຕົວ​ພ້ອມ​ກັນ​ແລະ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ. ຈີນ​ມີ​ສ່ວນ​ຮ່ວມ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ ທັງ​ຊ່ວຍ​ຝຶກ​ອົບຮົມ​ບຸກຄະລາ​ກອນ​ໃຫ້​ມີ​ຄວາມ​ສາມາດປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລາວ. ລາວ​ຍິນ​ດີ​ເພີ່ມ​ທະວີ​ການ​ປະສານ​ງານ,​ເລັ່ງຊຸກຍູ້​ການ​ຮ່ວມ​ມື​ໃນ​ໂຄງການ​ທາງ​ລົດ​ໄຟ ທັງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ ​ແລະ​ເຊື່ອ​ໝັ້ນ​ວ່າ: ຈາກ​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລາວ-ຈີນ​ຈະ​ພັດທະນາ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່ຢ່າງ​ແນ່​ນອນ.

ຫຼັງ​ການ​ພົບ​ປະ​ເຈລະຈາ, ຜູ້ນຳ​ສອງ​ປະ​ເທດ​ໄດ້​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ລົງ​ນາມ​ເອກະສານ​ຮ່ວມ​ມື 20 ສະບັບທີ່​ກ່ຽວ​ພັນ​ໃນຫຼາຍ​ຂົງ​ເຂດ​ເຊັ່ນ​ການ​ຮ່ວມ​ມື​ດ້ານ​ຄວາມ​ສາມາດ​ການ​ຜະລິດ, ​ເສດຖະກິດ​ການ​ຄ້າ​ກັບ​ການ​ລົງທຶນ, ​ເສດຖະກິດ​ເຕັກ​ນິກ, ການ​ສຶກສາ​ແລະ​ອື່ນໆ. ຂະນະ​ດຽວ​ກັນ ສອງ​ປະ​ເທດ​ຍັງ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຈີນ-ລາວ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ