ນາຍົກຈີນຢ້ຽມຢາມໂຮງຮຽນລຽວໂຕວ໊
2016-09-09 20:37:32  cri 



ວັນທີ 9 ກັນຍານີ້ ທ່ານຫຼີເຄີ້ສຽງໄດ້ຢ້ຽມຢາມໂຮງຮຽນລຽວໂຕວ໊ ຢູ່ນະຄອນຫຼວງວຽງຈັນ. ບັນດານ້ອງໆນັກຮຽນໄດ້ທັກທາຍສະບາຍດີນຳ
ທ່ານດ້ວຍພາສາຈີນ. ເມື່ອໄດ້ເຫັນນ້ອງໆນັກຮຽນກຳລັງຂຽນໜັງສື ຈົ່ງຊິ່ວ (ໝາຍຄວາມວ່າ ບຸນໄຫວ້ພະຈັນ) ດ້ວຍສໍຟອຍ, ທ່ານຫຼີເຄີ້ສຽງ
ກ່າວວ່າ, ບຸນໄຫວ້ພະຈັນແມ່ນວັນບຸນທີ່ໃຫ້ຄອບຄົວເຕົ້າໂຮມກັນ, ຫວັງວ່າ ມິດຕະພາບຈີນ-ລາວມີຄວາມສົມບຸນເໝືອນດັ່ງດວງຈັນທີ່ເຕັມ
ດວງໃນຍາມບຸນໄຫວ້ພະຈັນ, ແລະຫວັງວ່າບັນດານ້ອງໆນັກຮຽນກາຍເປັນຜູ້ສືບທອດມິດຕະພາບຈີນ-ລາວ.




1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ