ຫົວໜ້າກົມການຂ່າວກະຊວງການຕ່າງປະເທດລາວ​ກ່າວ​ວ່າ: ນາຍົກ​ຈີນ​ຢ້ຽມຢາມ​ລາວ​ເປັນ​ການຂຽນໜ້າໃໝ່​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຈີນ-ອາ​ຊຽນ
2016-09-10 17:11:39  cri 

  ຕາມ​ຂ່າ​ວ CRI: ຫວ່າງ​ມໍ່ໆ​ມາ​ນີ້, ກອງ​ປະຊຸມ​ຜູ່​ນຳ​ຈີນ-ອາ​ຊຽນຄັ້ງ​ທີ 19 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ເພື່ອ​ລະນຶກ​ຈີນ-ອາ​ຊຽນສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ເຈ​ລະ​ຈາ​ຄົບ ຮອບ 25 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ ​ແລະ​ໄດ້​ອອກ​ຖະ​ແຫຼ​ງ ການ​ຮ່ວມ​ໂດຍ​ເປັນ​ເອກະ​ພາບ​ກັນ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດຈີນ-ອາ​ຊຽນທີ່​ແໜ້ນ​ແຟ້ນກວ່າ​ເກົ່າ. ຂະນະ​ທີ່​ວັນ​ທີ 8 ກັນຍາ​ນີ້, ທ່ານ ພອນທະວີ ບຸດດາລາ ຫົວໜ້າກົມການຂ່າວກະຊວງການຕ່າງປະເທດລາວ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າ​ວ CRI ວ່າ, ນີ້​ເປັນໝາກຜົນ​ທີ່​ສຳຄັນຈາກການ​ຢ້ຽມຢາມ​ລາວຂອງ​ທ່ານ ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ແລະ​ຖື​ວ່າ​ເປັນ​ການຂຽນໜ້າໃໝ່​​ແຫ່ງ​​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຈີນ-ອາ​ຊຽນ.

  ທ່ານ ພອນທະວີ ກ່າວ​ວວ່າ: "25 ປີຜ່ານ​ມາ, 10 ປະ​ເທດ​ອາ​ຊຽນ​ແລະ​ຈີນ​ລ້ວນ​ແຕ່​ໄດ້​ມີ​ຄວາມ​ພະຍາຍາມ​ຮ່ວມກັນ​ເພື່ອ​ເຮັດ​ໃຫ້​ຫຼາຍໜ້າ​ວຽກ​ໄດ້​ຮັບ​ໝາກຜົນ​ຕົວ​ຈິງ​ຫຼາຍ​ຂຶ້ນ​ ໂດຍ​ສະ​ເພາະ​ການ​ຄ້າ​, ການ​ສ້າງ​ພື້ນຖານ​ໂຄງ​ລ່າງ​, ການ​ພົວພັນ​ແບບ​ບ້ານ​ໃກ້​ເຮືອນ​ຄຽງ​ຢູ່​ໃນ​ພາກ​ພື້ນ​ອາຊີ ​ເພື່ອ​ຮັກສາ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຢູ່​ໃນ​ພາກ​ພື້ນ​ນີ້​ພ້ອມ​ກັນ​ພັດທະນາ​ ເຊິ່ງໝາກຜົນ​ຂອງ​ການ​ຮ່ວມ​ມື​ນີ້​ເປັນ​ພື້ນຖານ​ອັນ​ດີ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ-ຈີນ​ໃຫ້ນັບມື້​​ດີ​ຂຶ້ນ."

  ນອກ​ນີ້, ທ່ານ ພອນທະວີ ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ໄດ້​ສ້າງກາລະ​ອກາດການ​ພັດທະນາ​ໃຫ້​ແກ່​ປະ​ເທດ​ຕົນ​ໃນ 3 ປີ​ຜ່ານມາ​ນີ້. ທ່ານ​ກ່າວ​ວ່າ: "ຂ້າພະ​ເຈົ້າ​ຄິດ​ວ່າມັນ​ເປັນ​ແນວທາງ​ທີ່​ດີ​ເພາະວ່າ​ແນວທາງ​ຂອງ​ສປປ ລາວ​ທີ່​ເວົ້າ​ເຖິງ​ຫັນ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ເປັນ​ປະ​ເທດ​ເຊື່ອມ​ຕິດ​ເຊື່ອມ​ຈອດ, ສ່ວນວ່າ ສປ ຈີນ​ກໍ​ມີ​ແນວທາງ​ນະ​ໂຍບາຍ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເຊິ່ງສອງ​ແນວທາງ​ຖື​ວ່າ​ເປັນ​ອັນ​ທີ່​ດີ​ທີ່​ສາມາດ​ເຮັດ​ລວມກັນ​ໄດ້​ແລະ​ເຊື່ອມ​ຈອດ​ຮ່ວມ​ກັນ. ​ເຊິ່ງຢູ່​ໃນ​ຫັ້ນ, ​ໂຄງການ​ທາງ​ລົດ​ໄຟ​ລາວ-ຈີນ​ກໍ​ແມ່ນ​ໂຄງ ການ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ແນວທາງ​ນະ​ໂຍບາຍ​ຂອງ​ການ​ພັດທະນາ​ນີ້. ຂ້າພະ​ເຈົ້າ​ຄິດ​ວ່າ, ​ໂຄງການ​ໃຫຍ່ໆ​ແລະ​ການ​ປະຕິບັດ​ໃນ​ດ້ານ​ຕ່າງໆ​ຢູ່​ແນວທາງ​ນະ​ໂຍບາຍ​ຈະ​ເປັນ​ຜົນ​ປະ​ໂຫຍ​ດຫຼາຍ​ໃຫ້​ແກ່​ທັງ​ສອງ​ປະ​ເທດ​ລາວ-ຈີນທັງ​ພາກ​ພື້ນນີ້​ເພື່ອ​ພ້ອມ​ກັນ​ພັດທະນາ​ໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ."

  ທ່ານ ພອນທະວີ ຍັງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ອອກ​ອາກາດ​ຂອງ CRI FM 93 ຄົບຮອບ 10 ປີ​ໂດຍ​ກ່າວ​ວ່າ: "ຂ້າພະ​ເຈົ້າ​ກໍ​ຕິດຕາມ​ລາຍການ​ຂອງ CRI ມາ​ຕະຫຼອດ​ແລະ​ຄິດ​ວ່າ CRI ​ເປັນ​ແຫຼ່ງຂໍ້​ມູນ​ຂ່າວສານ​ທີ່​ດີ. ນອກ​ນີ້, CRI ກໍ​ໄດ້​ມີ​ໝາກຜົນ​ຫຼາຍ​ແລະ​ເຮັດ​ວຽກ​ດ້ວຍ​ຄວາມ​ຫ້າວຫັນ​ເຊິ່ງນອກຈາກ​ກະຈາຍ​ທາງ​ວິທະຍຸ​ແລ້ວຍັງ​​ເຜີຍ​ແຜ່ຂ່າວທາງສື່​ໃໝ່​ເປັນ​ຕົ້ນ Facebook, Wechat ​ແລະ​ອື່ນໆ​, ຖື​ວ່າ​​ໄດ້ເຮັດ​ໃຫ້ປະຊາຊົນ​ໄດ້​ຮັບ​ຮູ້​ຂໍ້​ມູນ​​ຢ່າງໄວ. ຂ້າພະ​ເຈົາ​ໃນ​ນາມ​ປະຊາຊົນ​ລາວ​ຜູ້​ໜຶ່ງ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ CRI."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ