ປະທານປະເທດຈີນສົ່ງໂທລະເລກອວຍພອນໃຫ້ແກ່ພິທີເປີດສະຖາບັນສວາສ໌ແມັນມະຫາວິທະຍາໄລຊິ່ງຮວາຊຸດທຳອິດ
2016-09-11 14:42:46  cri 

ຕອນເຊົ້າວັນທີ 10 ກັນຍານີ້, ພິທີເປີດສະຖາບັນສວາສ໌ແມັນມະຫາວິທະຍາໄລຊິ່ງຮວາຊຸດທຳອິດໄດ້ຈັດຂຶ້ນຢູ່ປັກກິ່ງ. ທ່ານສີຈີ້ນຜີງ ປະທານປະເທດຈີນໄດ້ສົ່ງໂທລະເລກອວຍພອນ.

ທ່ານສີຈີ້ນຜີງກ່າວວ່າ, ການສຶກສາສືບທອດອະດີດ, ສ້າງສັນປະຈຸບັນ ແລະພັດທະນາອະນາຄົດ, ແມ່ນກຳລັງສຳຄັນຕໍ່ການຊຸກຍູ້ໃຫ້ອາລະຍະທຳມະນຸດກ້າວໄປໜ້າ. ໃນສະໄໝປັດຈຸບັນ, ຊາຕາກຳຂອງປະຊາຊົນບັນດາປະເທດໃນໂລກຍິ່ງມີການພົບພັນຢ່າງແໜ້ນແຟ້ນກວ່າເກົ່າ, ຊາວໜຸ່ມປະເທດຕ່າງໆຄວນຜ່ານການສຶກສາ, ສ້າງສາຍຕາທົ່ວໂລກ, ເພີ່ມສະຕິການຮ່ວມມື, ຮ່ວມກັນສ້າງອະນາຄົດທີ່ດີງາມຂອງມວນມະນຸດ.

ທ່ານສີຈີ້ນຜີງກ່າວເນັ້ນວ່າ, ການສຶກສາແລະການແລກປ່ຽນລະຫວ່າງຈີນແລະອາເມລິກາໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າຕໍ່ການຊຸກຍູ້ໃຫ້ປະຊາຊົນສອງປະເທດເພີ່ມຄວາມເຂົ້າໃຈກັນ, ເພີ່ມທະວີມິດຕະພາບ ແລະຊຸກຍູ້ໃຫ້ການພົວພັນ ລະຫວ່າງຈີນແລະອາເມລິກາຂະຫຍາຍໄປໜ້າ. ຈີນແລະອາເມລິກາຄວນຊອກຄົ້ນກຳລັງບົ່ມຊ້ອນ, ຍົງສູງລະດັບ, ເຮັດໃຫ້ການຮ່ວມມືໃນຂົງເຂດການສຶກສາກາຍເປັນຜູ້ນໍາໜ້າດ້ານການແລກປ່ຽນວັດທະນະທຳຈີນ-ອາເມລິກາ.

ທ່ານບາຣັກ ໂອບາມາ ປະທານາທິບໍດີອາເມລິກາກໍໄດ້ສົ່ງໂທລະເລກອວຍພອນໃຫ້ແກ່ພິທີເປີດສະຖາບັນດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ