ໜັງສືພິມ DailyMail ອັງກິດສະບັບວັນທີ 7 ກັນຍານີ້ລາຍງານວ່າ: ແມ່ຍິງອັງກິດທີ່ຊື່ວ່າ Kerry Swift ສາມາດຫຼຸດນ້ຳໜັກລົງໄດ້ເຖິງ 84 ປອນຫຼືປະມານ 38 ກິໂລພາຍໃນ 19 ເດືອນ. ຈາກຜົນສຳເລັດດັ່ງກ່າວ, ນາງໄດ້ໂພສລາຍການອາຫານການກິນປະຈຳວັນຂອງຕົນທີ່ຈົດບັນທຶກໄວ້ຢູ່ Instagram ເພື່ອສົ່ງເສີມໃຫ້ໝູ່ເພື່ອນທາງ Instagram ພ້ອມຕົນໄດ້ເອົາໃຈໃສ່ການກິນດື່ມເພື່ອສຸຂະພາບທີ່ເຂັ້ມແຂງ.