ວົງ​ການ​ຕ່າງໆ​ຂອງ​ລາວ​ຕີ​ລາ​ຄາຢ່າງ​ຕັ້ງໜ້າຕໍ່ໝາກຜົນ​ຂອງ​ນາຍົກ​ຈີນເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີຕາ​ເວັນ​ອອກ​ຕ່າງໆ​ແລະ​ຢ້ຽມຢາມ​ລາວ
2016-09-12 16:23:31  cri 
  ໃນ​ໂອກາດ​ທີ່ທ່ານ ຫຼີ​ເຄິ້ສຽງ ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ເຂົ້າ​ຮ່ວມກອງ​ປະຊຸມຜູ້ນຳ​ການ​ຮ່ວມມື​ອາຊີ​ຕາ​ເວັນ​ອອກ​ແລະ​ກອງ​ປະຊຸມ​ອື່ນໆ​ແລະ​ຢ້ຽມຢາມ ສປປ ລາວ​ຢ່າງ​ເປັນ​ທາງ​ການ​​ແຕ່ວັນ​ທີ 6-9 ກັນຍາ​ນີ້, ​ວົງ​ການ​ຕ່າງໆ​ຂອງ​ລາວ​ເຫັນ​ວ່າ, ການ​ຢ້ຽມຢາມຂອງ​ທ່ານ ຫຼີ​ເຄິ້ສຽງ ​ຄັ້ງ​ນີ້​ໄດ້​ຮັບ​ໝາກຜົນ​ຢ່າງຫຼວງຫຼາຍ​ໂດຍ​ຈະ​ລົງ​ເລິກ​ມິດຕະພາບ​ລະຫວ່າງ​ລາວ-ຈີນ​ແລະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.

  ທ່ານ ໂພ​ສີ​ ​ແກ້ວມະນີ​ວົງ ຜູ້ອຳນວຍການ​ໃຫຍ່​​ວິທະຍຸ​ກະຈາຍສຽງແຫ່ງ​ຊາດ​ລາວ​ກ່າວ​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ ຫຼີ​ເຄິ້ສຽງ ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ຕໍ່​ສາຍ​ພົວພັນ​ລະຫວ່າງລາວ​ແລະ​ຈີນ​. ​ສອງ​ປະ​ເທດ​ມີຊາຍ​ແດນ​ຕິດ​ຈອດ​ກັນ, ຈິດ​ໃຈ​ຂອງ​ປະຊາຊົນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລະ​ມີ​ມິດຕະພາບຍາວ​ນານ​ແລະ​ໝັ້ນ​ທ່ຽງ, ​ເປັນ​ຄູ່​ຮ່ວມ​ມື​ຍຸດທະສາດ​ຮອບດ້ານ. ຜູ້ນຳ​ສອງ​ປະ​ເທດ​​ໄດ້​​ແລກປ່ຽນ​ກ່ຽວ​ກັບ​ຂົງ​ເຂດ​ການ​ເມືອງ, ​ເ​ສດຖະກິດ-ການ​ຄ້າ, ການ​ລົງທຶນ​ແລະ​ວັດທະນະທຳຢ່າງ​ເລິກ​ເຊິ່ງ​ແລະ​ບັນລຸ​ຂໍ້​ຕົກລົງ​ເຊິ່ງນີ້​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ແໜ້ນ​ແຟ້ນກວ່າ​ເກົ່າ​ເທົ່າ​ນັ້ນ​ແຕ່​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກອີກ​ດ້ວຍ.

  ທ່ານ ​ໄຊຊະນະ ສິດທິ​ພອນ ຫົວໜ້າ​ຫ້ອງການ​ຄະນະ​ກຳມະການ​ຮ່ວມ​ມື​ລາວ-ຈີນ​ເຫັນ​ວ່າ, ການ​ທີ່ຜູ້ນຳ​ສອງ​ປະ​ເທດ​​ລົງ​ນາມ​ໃນ​ສັນຍາ​ເທື່ອ​ນີ້​ໄດ້​ກວມ​ເອົາການ​ຮ່ວມມື​ເພີ່ມ​ຂີດ​ຄວາມ​ສາມາດ​ການ​ຜະລິດ, ​ເສດຖະກິດ-ກາ​ນ້າ​ແລະ​ການ​ລົງທຶນ, ​ເຕັກນິກ​ດ້ານ​ເສດຖະກິດ, ການ​ສຶກສາ​ແລະ​ຂົງ​ເຂດ​ອື່ນໆນັ້ນບໍ່ພຽງ​ແຕ່​ສ່ອງ​​ແສງ​ໃຫ້​ເຫັນ​ເຖິງລວງ​ກວ້າງ​ແລະ​ລວງ​ເລິກ​ຂອງ​ສາຍ​ພົວພັນ​ລະຫວ່າງ​ລາວ-ຈີນ​ທີ່​ນັບ​ມື້​​ໄດ້​ຮັບ​ການພັດທະນາ​ເທົ່າ​ນັ້ນ, ​ແຕ່ຍັງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ຫຼາຍ​ຂຶ້ນ​ແລະ​ຈະ​ໄດ້​ຮັບ​ໝາກຜົນ​ຫຼາຍ​ກວ່າ​ເກົ່າ.

  ທ່ານ ​ເຂັມ​ທອງ ຊານຸ​ບານ ຮອງ​ອຳນວຍ​ການສຳນັກ​ຂ່າວສານ​ປະ​ເທດ​ລາວ​ກ່າວ​ວ່າ, ​ເສດຖະກິດຈີນ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​ໄດ້ສ້າງໂອກາດ​ການພັດທະນາ​ຮ່ວມ​ກັນ​ໃຫ້​ແກ່​ບັນດາປະ​ເທດ​ໃກ້​ຄຽງ ​ເປັນ​ຕົ້ນ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ນອນ​ຢູ່​ໃນ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ພວມ​ຊ່ວຍ​ເຫຼືອ​ປະ​ເທດ​ຕົນ​ບັນລຸ​ເປົ້າ​ໝາຍ​ການ "ຫັນ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ເປັນ​ປະ​ເທດ​​ໃຈກາງບໍລິການ​ທາງ​ຜ່ານ". ​ແນວ​ໃດ​ກໍ​ດີ, ຂໍ້​ຕົກລົງ​ຕ່າງໆ​ຂອງ​ຜູ້ນຳ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຊ່ວຍ​ເຫຼືອ​ປະ​ເທດ​ຕົນ​ບັນລຸ​ເປົ້າ​ໝາຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມດ້ອຍ​ພັດທະນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ