ນັກທຸລະກິດ​ຊາວ​ອາ​ຟຣິກາ​ໃຕ້​ລອດຕາຍ​ຍ້ອນ​ມື​ຖື​ຈີນ
2016-09-16 11:13:32  cri 

ສື່​ຕ່າງປະ​ເທດ​ລາຍ​ງານ​ວ່າ: ​ເມື່ອ​ມໍ່ໆ​ນີ້, ທ່ານ​ຊີຣາ​ເຈ ອາບຣາຮາມ(SiraajAbrahams) ນັກທຸລະກິດ​​ໄວ 41 ປີ​ຖືກ​ຄົນ​ຮ້າຍ​ສອງ​ຄົນ​ປຸ້ນ​ຈີ້ຢູ່​​ເມືອງ​​ເຄັບ​ທາວ ປະ​ເທດ​ອາ​ຟຣິກາ​ໃຕ້ ​ແຕ່ລາວ​ປ້ອງ​ກັນ​ຕົວຢ່າງ​ສຸດ​ຂີດ,​ແຕ່​ປານນັ້ນ​ລາວ​ລົ້ມ​ລົງ​ຫຼັງ​ຖືກ​ຄົນ​ຮ້າຍອີກ​ຜູ້​ໜຶ່ງ​ຍິງປືນ​ໃສ່​ໜ້າ​ເອິກ,ຈາກ​ນັ້ນ​ຄົນ​ຮ້າຍ​ລາຍ​ນີ້​ກໍ​ເອົາ​ເງິນ​ໃນ​ຖົງ 15 ປອນ​ແລ້ວ​ຫຼົບໜີ​ໄປ. ​ເຖິງ​ວ່າ​ຈະ​ຖືກ​ຍິງ​ແຕ່​ຈຸດ​ທີ່​ຖືກ​ຍິງ​ມີ​ໂທລະສັບ​ມື​ຖື​ຮວາ​ເວີຍ​ຈີນ​ຢູ່​ຖົງ​​ເສື້ອ​ຈິ່ງ​ເຮັດ​ໃຫ້​ລາວ​ລອດ​ຊີວິດຢ່າງ​ປະຕິ​ຫານ. ​ແນວ​ໃດ​ກໍ​ດີ​,ໃນ​ບົດ​ລາຍ​ງານການເຕັ້ນຂອງ​ຫົວ​ໃຈນັ້ນ, ນາຍ​ໝໍ​ສັນນິຖານ​ວ່າ ຜູ້​ເຄາະ​ຮ້າຍ​ລາຍ​ນີ້​ຫົວ​ໃຈ​ເຄີຍ​ຢຸດ​ເຕັ້ນ​ຊົ່ວ​ຂະນະ​ຫຼັງ​ຖືກ​ຍິງ​, ​ແຕ່​ຢູ່​ໜ້າ​ເອິກ​ຂອງ​ລາວກໍ​ມີ​ຮອຍ​ບາດ​ນ້ອຍໆ​ຈາກ​ລູກປືນ​ຂອງ​ຄົນ​ຮ້າຍ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ