ມາ​ເລ​ເຊຍ​ຢືນຢັນ​​ວ່າພົບອີກ​ໜຶ່ງ​ຊິ້ນ​ສ່ວນ​ຂອງເຮືອບິນ​ໂດຍສານ​ຖ້ຽວ​ບິນMH 370
2016-09-16 16:07:51  cri 
ວັນ​ທີ 15 ກັນຍາ​ນີ້,ທ່ານ​ລຽວຈົງ​ໄລ ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ມາ​ເລ​ເຊຍກ່າວວ່າ: ຊິ້ນ​​ສ່ວນຂອງ​ເຮືອບິນທີ່​ພົບ​ຢູ່​ຕັງ​ຊາ​ນີສາມາດ​ຢືນຢັນ​ໄດ້​ວ່າ​ແມ່ນ​ຂອງ​ເຮືອບິນ​ໂດຍສານ​ຖ້ຽວ​ບິນ MH 370 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ທີ່​ຫາຍ​ສາບ​ສູນ​​ເມື່ອ​ປີ2014.

ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ຂອງ​ທ່ານ​ລຽວຈົງ​ໄລ​ໄດ້​ລະບຸ​ວ່າ: ຊິ້ນ​ສ່ວນ​ເຮືອບິນ​ດັ່ງກ່າວ​ນີ້​ ​ໄດ້​ພົບ​ຢູ່​ເກາະ​ເປັມບາ ປະ​ເທດ​ຕັງ​ຊາ​ນີ​ໃນ​ວັນ​ທີ 20 ມິຖຸນາ​ຜ່ານ​ມາ​ແລະເມື່ອ​ມໍ່ໆ​ນີ້, ຊ່ຽວຊານ​ກົມ​ຄວາມ​ປອດ​ໄພ​ຄົມມະນາຄົມ​ອົສຕຣາລີກໍ​ໄດ້​ສຳ​ເລັດ​ການ​ກວດກາ​ວິ​ໄຈ​ຊິ້ນ​ສ່ວນ​ເຮືອບິນ​ດັ່ງກ່າວ​ແລ້ວ. ຈາກ​ຮູບພາຍ​ນອກ,ຂະໜາດ​,​ໂຄງ​ສ້າງ​ພ້ອມ​ດ້ວຍຕົວ​ເລກ​ຈຳນວນ​ໜຶ່ງຂອງຊິ້ນ​ສ່ວນ​ນີ້ສາມາດ​ຢືນ​ຢັນ​ໄດ້​ວ່າ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ປີກ​ຍົນ​ໂດຍສານ​ໂບອີງ 777.

ທ່ານ​ລຽວຈົງ​ໄລ​ຍັງ​ກ່າວ​ຕື່ມ​ວ່າ, ບັນດາ​ຊ່ຽວຊານ​ຈະ​ວິ​ໄຈ​ແລະ​ກວດກາ​ຕື່ມ​ເພື່ອ​ໃຫ້​ໄດ້​ຮັບ​ຫຼັກ​ຖານ​ໃໝ່​ກ່ຽວ​ກັບ​ເຮືອບິນ​ໂດຍສານ​ຖ້ຽວ​ບິນ MH 370 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ